ວັນທີ 8 ຕຸລານີ້, ສື່ມວນຊົນໄທລາຍງານວ່າ,ອົງການຕໍ່ຕ້ານສານຕ້ອງຫ້າມຂອງໂລກ ຫຼື WADA ໄດ້ລະບຸວ່າ ຈະຍົກເລີກສິດຈັດງານກິລາລະດັບສາກົນຂອງໄທ, ສປປເກົາຫຼີ ແລະ ອິນໂດເນເຊຍເປັນເວລາ 1 ປີ ເຊິ່ງລວມທັງງານກິລາລະດັບພາກພື້ນ,ລະດັບທະວີບ ແລະ ລະດັບໂລກ. ໃນນັ້ນ, ສາເຫດທີ່ຈະຍົກເລີກສິດຈັດງານຂອງໄທກໍ່ຍ້ອນວ່າ ຂໍ້ກຳນົດ ແລະ ກົດໝາຍທີ່ກ່ຽວຂ້ອງຂອງອົງການຕໍ່ຕ້ານສານຕ້ອງຫ້າມຂອງໄທໄດ້ລະເມີດ “ຂໍ້ກຳນົດວ່າດ້ວຍສານຕ້ອງຫ້າມຂອງໂລກ” ສະບັບໃໝ່, ສ່ວນສາເຫດຍົກເລີກສິດຂອງສປປເກົາຫຼີ ແລະ ອິນໂດເນເຊຍກໍ່ຍ້ອນວ່າສອງປະເທດນີ້ບໍ່ໄດ້ຈັດຕັ້ງປະຕິບັດແຜນການກວດຫາສານຕ້ອງຫ້າມຢ່າງບັງເກີດຜົນ.
ໃນເວລາ 1 ປີທີ່ຫ້າມຈັດງານກິລານີ້,ນັກກິລາໄທສາມາດເຂົ້າຮ່ວມການແຂ່ງຂັນກິລາສາກົນໄດ້, ຍົກເວັ້ນງານກິລາໂອລິມປິກແລ້ວ ງານກິລາອື່ນຈະບໍ່ສາມາດເຂົ້າຮ່ວມໃນນາມປະເທດໄດ້.