ກອງປະຊຸມປະເທດພາຄີສັນຍາ “ສົນທິສັນຍາວ່າດ້ວຍຊີວະນາໆພັນ” ຄັ້ງທີ 15 (COP15) ໄຂຂຶ້ນໃນມື້ນີ້ຢູ່ນະຄອນຄຸນໝິງ

Yunnan Gateway, October 13, 2021
Size:

ທ່ານນາງ ຮົວຊຸນຢີງ ໂຄສົກກະຊວງການຕ່າງປະເທດ ຖະແຫຼງໃນວັນທີ 11 ນີ້ວ່າ ທ່ານ ສີຈິ້ນຜິງ ປະທານປະເທດຈີນ ຈະເຂົ້າຮ່ວມ ແລະ ກ່າວປາໃສ ໃນກອງປະຊຸມສຸດຍອດຜູ້ນໍາຂອງ ກອງປະຊຸມປະເທດພາຄີສັນຍາ “ສົນທິສັນຍາວ່າດ້ວຍຊີວະນາໆພັນ” ຄັ້ງທີ 15 ດ້ວຍຮູບແບບວິດີໂອທາງໄກ.

ກອງປະຊຸມປະເທດພາຄີສັນຍາ “ສົນທິສັນຍາວ່າດ້ວຍຊີວະນາໆພັນ” ຄັ້ງທີ 15 (COP15) ຈະຈັດຂຶ້ນຢູ່ນະຄອນຄຸນໝິງເປັນສອງໄລຍະຄື ໄລຍະທີໜຶ່ງ ແຕ່ວັນທີ 11 ຫາ 15 ເດືອນຕຸລາ ປີ 2021 ແລະ ໄລຍະທີສອງໃນຕົ້ນປີ 2022. ກອງປະຊຸມໄລຍະທີໜຶ່ງຈະຈັດຂຶ້ນດ້ວຍຮູບແບບອອນລາຍ ແລະ ອອຟລາຍ, ສໍາລັບກອງປະຊຸມໄລຍະທີສອງຈະຈັດຂຶ້ນດ້ວຍຮູບແບບກອງປະຊຸມອອຟລາຍ. ໃນກອງປະຊຸມຄັ້ງນີ້ ບັນດາຜູ້ແທນຈາກທົ່ວໂລກຖືເອົາ “ອະລິຍະທໍານິເວດ: ຮ່ວມກັນສ້າງປະຊາຄົມຮ່ວມຊີວິດຂອງໂລກ” ເປັນຫົວຂໍ້, ຮ່ວມກັນຄົ້ນຄວ້າປຶກສາຫາລືວິທີໃໝ່ ໃນການປົກປັກຮັກສາຊີວະນາໆພັນໃນທົ່ວໂລກ, ເຕົ້າໂຮມຄວາມເຫັນເປັນເອກະພາບກ່ຽວກັບການຢູ່ຮ່ວມກັນຢ່າງກົມກຽວລະຫວ່າງມະນຸດ ແລະ ທໍາມະຊາດ, ຮ່ວມກັນວາງແຜນວາດໃໝ່ທີ່ “ມະນຸດ ແລະ ທໍາມະຊາດຢູ່ຮ່ວມກັນຢ່າງກົມກຽວ” ໃນໂລກ.

ປີ 1993, ສົນທິສັນຍາວ່າດ້ວຍຊີວະນາໆພັນ ມີຜົນນຳໃຊ້ຢ່າງເປັນທາງການ, ປະເທດຈີນເປັນໜຶ່ງໃນຝ່າຍປະເທດພາຄີສັນຍາກຸ່ມທຳອິດທີ່ລົງນາມ ແລະ ໃຫ້ສັດຕະຍາບັນ “ສົນທິສັນຍາວ່າດ້ວຍຊີວະນາໆພັນ” . ມາຮອດປັດຈຸບັນນີ້, ປະເທດພາຄີສົນທິສັນຍາມີທັງໝົດ 196 ປະເທດ. ກອງປະຊຸມປະເທດພາຄີສົນທິສັນຍາແມ່ນກົນໄກຂັ້ນສູງສຸດຂອງການປຶກສາຫາລື ແລະ ກຳນົດແຜນການ, ກອງປະຊຸມນີ້ຈັດຂຶ້ນໃນທຸກໆສອງປີ.