ມຽນມາສ້າງກອງຕຳຫຼວດປ້ອງກັນຊາຍຝັ່ງທະເລເພື່ອຮັບປະກັນຄວາມປອດໄພທາງທະເລ

CRI, October 12, 2021
Size:

      ວັນທີ 6 ຕຸລານີ້ຕາມເວລາທ້ອງຖິ່ນ, ພິທີສ້າງຕັ້ງກອງຕຳຫຼວດປ້ອງກັນຊາຍຝັ່ງທະເລມຽນມາໄດ້ຈັດຂຶ້ນຢູ່ແມ່ນ້ຳຢາງກຸ້ງມຽນມາ. ກອງຕຳຫຼວດດັ່ງກ່າວຂຶ້ນກັບກອງທັບເຮືອຂອງມຽນມາ, ມີເຮືອຕຳຫຼວດທະເລປະກອບອາວຸດ 4 ລຳ. ທ່ານ ມິນອອງລາຍ ປະທານຄະນະກຳມະການຄຸ້ມຄອງແຫ່ງຊາດມຽນມາ, ຜູ້ບັນຊາການໃຫຍ່ກອງທັບປ້ອງກັນປະເທດມຽນມາໄດ້ກ່າວຄຳປາໄສໃນພິທີດັ່ງກ່າວວ່າ: ນີ້ຈະໄດ້ຍົກລະດັບຄວາມສາມາດດ້ານການປະຕິບັດກົດໝາຍທາງທະເລ ຂອງມຽນມາໃຫ້ສູງຂຶ້ນເພື່ອຮັບປະກັນຄວາມປອດໄພທາງທະເລ.

      ທ່ານ ມິນອອງລາຍ ຍັງກ່າວຕື່ມວ່າ: ກອງຕຳຫຼວດປ້ອງກັນຊາຍຝັ່ງທະເລຈະປະຕິບັດໜ້າທີ່ການລາດຕະເວນ,ການປະຕິບັດກົດໝາຍ ແລະ ການກູ້ໄພຢູ່ເຂດນ້ຳພາຍໃນປະເທດ, ຊາຍຝັ່ງທະເລ, ທ່າເຮືອແລະຂົວທຽບເຮືອຂອງມຽນມາ, ເພື່ອຮັບຜິດຊອບການອະນຸລັກຊັບພະຍາກອນທຳມະຊາດທາງທະເລ, ປ້ອງກັນເສັ້ນທາງການເດີນເຮືອເທິງທະເລ, ປາບປາມການກໍ່ອາຊະຍາກຳເທິງທະເລ, ປົກປັກຮັກສາຄວາມປອດໄພດ້ານການຄ້າສາກົນທາງທະເລ.

      ຂ່າວແຈ້ງວ່າ: ໃນເຮືອ 4 ລຳຂອງກອງຕຳຫຼວດປ້ອງກັນຊາຍຝັ່ງທະເລຂອງມຽນມາມີເຮືອໄວປະກອບຂີປະນາວຸດທີ່ຍາວ 47 ແມັດລຳໜຶ່ງງ.