ທະນາຄານພັດທະນາອາຊີປັບຫຼຸດຈັງຫວະການເຕີບໂຕທາງເສດຖະກິດຂອງຫວຽດນາມ

CRI, October 12, 2021
Size:

ຫວ່າງມໍ່ໆມານີ້, ທະນາຄານພັດທະນາອາຊີຫຼື ADB ໄດ້ເຜີຍແຜ່ບົດລາຍງານການແລມອງການພັດທະນາຂອງອາຊີສະບັບປັບປຸງປີ 2021 ໂດຍໄດ້ຄາດຄະເນວ່າ: ເສດຖະກິດຫວຽດນາມໃນປີນີ້ຈະເພີ່ມຂຶ້ນ 3,8%, ປີ 2022 ເພີ່ມຂຶ້ນ 6,5%. ຈັງຫວະການເຕີບໂຕດັ່ງກ່າວລ້ວນແຕ່ຕ່ຳວ ກວ່າ 6,7% ຂອງປີ 2021 ແລະ 7% ຂອງປີ 2022 ທີ່ໄດ້ຄາດຄະເນໃນເດືອນເມສາປີນີ້.

ສາເຫດທີ່ທະນາຄານພັດທະນາອາຊີປັບຫຼຸດຈັງຫວະການເຕີບໂຕແມ່ນຍ້ອນການເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຫວຽດນາມໄດ້ມີຜົນກະທົບຕໍ່ແຫຼ່ງທີ່ມາຂອງແຮງງານ, ເຮັດໃຫ້ການຜະລິດອຸດສາຫະກຳາຫຼຸດລົງແລະຕ່ອງໂສ້ການສະໜອງດ້ານກະສິກຳາ ຖືກຕັດຂາດ. ADB ຍັງກ່າວວ່າ: ຂັ້ນຕອນລະບຽບການດ້ານການບໍລິຫານທີ່ສັບສົນຂອງຫວຽດນາມ ໂດຍສະເພາະໃນດ້ານການອອກໃບເດີນທາງໄດ້ກະທົບຕໍ່ການເຄື່ອນຍ້າຍຂອງແຮງງານແລະການດຳເນີນນ ງານຂອງຕ່ອງໂສ້ການສະໜອງອາຫານທີ່ເປັນປົກກະຕິ, ເຊິ່ງເຮັດໃຫ້ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ມີຕໍ່ເສດຖະກິດຫວຽດນາມໄດ້ຮ້າຍແຮງຂຶ້ນຕື່ມ. ແຕ່ວ່າ, ທະນາຄານພັດທະນາອາຊີກໍ່ຍັງເຫັນໄປໃນແງ່ດີ ຕໍ່ອະນາຄົດການເຕີບໂຕໃນໄລຍະຍາວແລະໄລຍະກາງຂອງຫວຽດນາມ.