ຂະ​ບວນ​ລົດ​ໄຟທີ່​ຜ່ານ​ດ່ານ​ໂດຍ​ໄວ​ລະ​ຫວ່າງ​ຈີນ​-ຫວຽດ​ນາມ ຂະ​ບວນ​ທຳ​ອິດ​ຂອງ​ຈີນເດີນ​ອອກ​​ຈາກດ່ານ​ພີງ​ຊຽງໄປ​ສູ່​ຫວຽດ​ນາມ

CRI, October 11, 2021
Size:

ວັນທີ 30 ກັນຍາແລ້ວນີ້, ຂະບວນລົດໄຟທີ່ຜ່ານດ່ານໂດຍໄວລະຫວ່າຈີນ-ຫວຽດນາມ ຂະບວນທຳອິດຂອງຈີນໄດ້ບັນທຸກເຄື່ອງອາໄລ່ລົດຍົນ, ຜະລິດຕະພັນເຈ້ຍ ແລະ ສິນຄ້າອື່ນໆເດີນອອກຈາກດ່ານພີງຊຽງເຂດກວາງຊີຈີນໄປສູ່ຫວຽດນາມ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ການຈໍລະຈອນສິນຄ້າຂ້າມຊາຍແດນດ້ວຍຊ່ອງທາງໃໝ່ທາງບົກ ແລະ ທາງທະເລພາກຕາເວັນຕົກຈີນໄດ້ຮັບການພັດທະນາໃໝ່.

    ຂ່າວແຈ້ງວ່າ, ຂະບວນລົດໄຟນີ້ແມ່ນເດີນອອກຈາກທ່າລົດໄຟສາກົນໜານນີງໃນວັນທີ 29 ກັນຍາແລ້ວນີ້, ພາຍຫຼັງໄດ້ສຳເລັດວຽກງານລາຍງານແລະກວດກາຢູ່ບ່ອນອອກເດີນທາງແລ້ວ, ໄດ້ນຳໃຊ້ຮູບແບບຜ່ານດ່ານໂດຍໄວ, ອອກຈາກດ່ານພີງຊຽງໄປສູ່ຫວຽດນາມຢ່າງສະດວກໃນວັນທີ 30 ກັນຍາແລ້ວນີ້.

    ເພື່ອເຮັດໃຫ້ຊ່ອງທາງຈໍລະຈອນສິນຄ້າສາກົນຫັນເປັນແບບສະດວກຕື່ມອີກ, ຍົກສູງປະສິດທິພາບການຂົ່ນສົ່ງແລະການຜ່ານດ່ານສຳລັບສິນຄ້າຂາເຂົ້າຂາອອກຜ່ານທາງລົດໄຟຂອງຈີນ, ດ່ານພີງຊຽງໄດ້ນຳໃຊ້ຮູບແບບຜ່ານດ່ານໂດຍໄວຢ່າງເປັນທາງການ ແລະ ເລີ່ມທົດລອງນຳໃຊ້ໃນການເດີນທາງຂອງຂະບວນລົດໄຟຈີນ-ຫວຽດນາມ.