ທ່ານ​ວາງຢີ້ເຂົ້າ​ຮ່ວມແລະ​ກ່າວ​ຄຳ​ປ​າ​ໄສ​ໃນ​ງາ​ນ​ລ້ຽງ​ສະ​ໜອງ​ການ​ສ້າງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ລະ​ຫວ່າງ​ຈີນ-​ອາ​ຊຽນຄົບ​ຮອບ 30 ປີ

CRI, October 11, 2021
Size:

ວັນທີ 8 ຕຸລານີ້ ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສໃນງານລ້ຽງສະເຫຼີມສະຫຼອງສາຍພົວພັນຄູ່ເຈລະຈາລະຫວ່າງຈີນ-ອາຊຽນຄົບຮອບ 30 ປີ.

ທ່ານວາງຢີ້ກ່າວວ່າ: ນັບແຕ່ໄດ້ສ້າງສາຍພົວພັນຄູ່ເຈລະຈານຳກັນເມື່ອປີ 1991ເປັນຕົ້ນມາ,ຈີນແລະອາຊຽນໄດ້ປະກອບສ່ວນອັນສຳຄັນເພື່ອສັນຕິພາບ ຄວາມໝັ້ນຄົງ ການພັດທະນາແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ກໍຄືຂອງໂລກ. ສອງຝ່າຍຕ້ອງຖະໜຸຖະໜອມບົດຮຽນທີ່ປະເສີດທີ່ສະສົມໄດ້ໃນໄລຍະ 30 ປີຜ່ານມາ, ເພື່ອສ້າງປະຊາຄົມຮ່ວມຊາຕາກຳທີີ່ແໜ້ນແຟ້ນກວ່າເກົ່າ, ສ້າງສະພາບແວດລ້ອມທາງຍຸດທະສາດທີ່ເອື້ອອຳນວຍໃຫ້ແກ່ການພັດທະນາຂອງແຕ່ລະປະເທດ ກໍຄືສັນຕິພາບແລະສະຖຽນລະພາບອັນຍາວນານຂອງພາກພື້ນ.

ທ່ານວາງຢີ້ໄດ້ສະເໜີຂໍ້ລິເລີ່ມ6ຂໍ້ດັ່ງນີ້: 1, ຕ້ອງສ້າງແຜນການຮ່ວມມື, ຍົກລະດົບການພົວພັນລະຫວ່າງສອງຝ່າຍໃຫ້ສູງຂຶ້ນ. 2, ຕ້ອງເປັນຜູ້ນຳໜ້າການພັດທະນາ, ສ້າງຈຸດເຕີບໂຕໃໝ່ແຫ່ງການຮ່ວມມືທີ່ແທດເໝາະກັບສະພາບຄວາມເປັນຈິງ. 3, ຕ້ອງສ້າງຄວາມສຸກໃຫ້ແກ່ປະຊາຊົນຫຼາຍຂຶ້ນ, ຮັບປະກັນໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດຈາກການຮ່ວມມື. 4, ຕ້ອງສືບທອດ ມິດຕະພາບໄປທຸກເຊັ່ນຄົນ, ເພີ່ມທະວີການແລກປ່ຽນດ້ານສັງຄົມແລະວັດທະນະທຳ. 5, ຕ້ອງສຸມໃສ່ວິໄສທັດການສ້າງສັນຕິພາບ, ປ້ອງກັນຄວາມໝັ້ນຄົງອັນຍາວນານຂອງເຂດທະເລຈີນໃຕ້. 6, ຕ້ອງປະກອບສ່ວນກຳລັງແຮງໃຫ້ແກ່ການຄຸ້ມຄອງໂລກຕາມກະແສແຫ່ງການພັດທະນາຂອງໂລກ.