6 ປະ​ເທດລຽບ​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ​-ແມ່​ນ້ຳ​ຂອງ ຈະ​ຮ່ວມ​ກັນ​ສ້າງ ​ສູນ​ຄົ້ນ​ຄວ້າ​​ປະ​ສົມ​ກ່ຽວ​ກັບຄວາມ​ປອດ​ໄພ​ຂອງ​ເຄື່ອງ​ປູກ​ຝັງ​ດ້ານກະ​ສິ​ກຳ

CRI, October 9, 2021
Size:

ງານສຳມະນາການຮ່ວມມືແລະການປະດິດສ້າງໃໝ່ດ້ານເຕັກນິກວິທະຍາສາດ ກະສິກຳ ຈີນ-ອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້ ໄດ້ຈັດຂຶ້ນຜ່ານທາງອອນລາຍແຕ່ວັນທີ 28 ຫາວັນທີ 29 ກັນຍານີ້. ໃນໄລຍະຈັດງານ, ສະພາບັນດິດວິທະຍາສາດກະສິກຳແຂວງຢຸນນານຈີນ ໄດ້ລິເລີ່ມໃຫ້ສ້າງ ສູນຄົ້ນຄວ້າປະສົມກ່ຽວກັບຄວາມປອດໄພຂອງເຄື່ອງປູກຝັງດ້ານກະສິກຳປະເທດລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ເຊິ່ງໄດ້ຮັບການສະໜັບສະໜູນຈາກຝ່າຍຕ່າງໆທີ່ເຂົ້າຮ່ວມງານ.

ສະມາຊິກ “ໜ່ວຍງານອະນຸລັກພືດຈີນ-ອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້” ທີ່ມາຈາກແຂວງຢຸນນານຈີນ, ກຳປູເຈຍ, ລາວ, ມຽນມາ, ໄທແລະຫວຽດນາມ ໄດ້ວິເຄາະສະຖານະການ, ສະພາບເບື້ອງຫຼັງແລະບັນຫາທີ່ພົ້ນເດັ່ນກ່ຽວກັບພືດທີ່ມີຜົນຮ້າຍຕໍ່ກະສິກຳທີ່ມາຈາກພາຍນອກແຜ່ເຂົ້າມາແລະຂະຫຍາຍກວ້າງອອກ, ໄດ້ເປັນເອກະສັນກັນເຫັນດີໃຫ້ຍົກສູງຄວາມສາມາດປ້ອງກັນຄວາມສ່ຽງໂດຍຜ່ານການສ້າງສາງຂໍ້ມູນ, ການສ້າງເວທີຕິດຕາມກວດກາແລະອື່ນໆ, ປະເທດຕ່າງໆຄວນສ້າງເຂດຕິດຕາມກວດກາແລະປ້ອງກັນຄວບຄຸມ, ຄົ້ນຄວ້າລະບົບການຄຸ້ມຄອງການເຕືອນໄພລ່ວງໜ້າແລະລະບົບເຕັກນິກປ້ອງກັນແລະຄວບຄຸມເພື່ອຮັບມືກໍລະນີສຸກເສີນ, ເພື່ອອຳນວຍນະໂຍບາຍດ້ານວິທະຍາສາດແລະການຄ້ຳປະກັນທາງເຕັກນິກວິທະຍາສາດໃຫ້ແກ່ການເພີ່ມທະວີການປ້ອງກັນແລະຄວບຄຸມພືດທີ່ແຜ່ເຂົ້າຈາກພາຍນອກທີ່ມີຜົນຮ້າຍຕໍ່ກະສິກຳ.