ຈີນແລະລາວຮ່ວມກັນຊຸກຍູ້ການຮ່ວມມືໃນດ້ານສາທາລະນະສຸກ, ຈັບມືກັນສ້າງປະຊາຄົມສຸຂະພາບມວນມະນຸດ

lmcchina.org, October 6, 2021
Size:

ໃນວັນທີ 23 ກັນຍາ 2021,  ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດສປ ຈີນ ປະຈໍາ ສປປ ລາວ ໄດ້ໃຫ້ສໍາພາດແບບວິດີໂອຕໍ່ນັກຂ່າວຈາກສະຖານີວິທະຍຸກະຈາຍສຽງ ແລະ ໂທລະພາບສູນກາງ ຈີນ ແລະ ສະຖານີໂທລະພາບແຫ່ງຊາດລາວ, ທ່ານໄດ້ແນະນໍາກ່ຽວກັບສະພາບການຮ່ວມມືລາວ-ຈີນໃນຂົງເຂດວຽກງານສາທາລະນະສຸກ ແລະ  ແນວຄວາມຄິດບາດກ້າວຕໍ່ໄປຂອງການຮ່ວມມື.

ທ່ານ ຈ່ຽງຈ້າຍຕົ່ງ ໄດ້ແນະນໍາກ່ຽວກັບຄວາມຄືບໜ້າຂອງການກໍ່ສ້າງໂຮງໝໍມະໂຫສົດ ແລະກ່າວວ່າ ການຮ່ວມມືລາວ-ຈີນໃນຂົງເຂດສາທາລະນະສຸກແມ່ນມີຄວາມຮອບດ້ານ ແລະ ຫຼາຍຂັ້ນ ຄື: ໜຶ່ງ ແມ່ນ ຂັ້ນສູນກາງ, ກະຊວງສາທາລະນະສຸກຂອງສອງປະເທດໄດ້ມີການລົງນາມໃນເອກະສານການຮ່ວມມື, ຊຶ່ງເນື້ອໃນ ບໍ່ພຽງແຕ່ກວມເອົາຂົງເຂດວຽກງານສະເພາະດ້ານການປ້ອງກັນແລະຄວບຄຸມພະຍາດລະບາດທີ່ຮ້າຍແຮງເທົ່ານັ້ນ ຍັງກວມເອົາການຮ່ວມມືທາງດ້ານການຝຶກອົບຮົມພັດທະນາຊັບພະຍາກອນມະນຸດ ແລະ ການປະຕິຮູບລະບົບສາທາລະນະສຸກແລະອື່ນໆຊຶ່ງການຮ່ວມມືດັ່ງກ່າວແມ່ນມີລັກສະນະກວມລວມແລະເລິກເຊິ່ງ. ສອງ ແມ່ນ ຂັ້ນທ້ອງຖິ່ນ, ຫຼາຍພື້ນທີ່ເຂດແຂວງ ຂອງ ສປ ຈີນໄດ້ສ້າງສາຍພົວພັນການຮ່ວມມື ກັບ ບັນດາເຂດແຂວງຂອງ ສປປ ລາວ, ເຊັ່ນ ແຂວງຢູນນານໄດ້ສ້າງກົນໄກການຮ່ວມມືຂ້າມແດນດ້ານສາທາລະນະສຸກ ກັບ 5 ແຂວງພາກເໜືອຂອງ ສປປລາວ ຊຶ່ງໃນສະພາບການແພ່ລະບາດຂອງໂຄວິດ-19 ກໍໄດ້ມີບົດບາດສໍາຄັນໃນການສະກັດກັ້ນແລະຄວບຄຸມການແພ່ລະບາດຂ້າມແດນຂອງພະຍາດ. ສາມ ແມ່ນ ຂັ້ນກອງທັບ. “ລົດໄຟສັນຕິພາບ” ກອງທັບສອງປະເທດ  ບໍ່ພຽງແຕ່ມີການຝຶກຊ້ອມຮ່ວມກັນເທົ່ານັ້ນ ແຕ່ຍັງເຄີຍມີການຫັນຈາກການຝຶກຊ້ອມມາເປັນການສູ້ຮົບ, ເຂົ້າຮ່ວມການກອບກູ້ໄພຈາກອະບັດຕິເຫດຈະລາຈອນທີ່ຮ້າຍແຮງທີ່ກ່ຽວຂ້ອງກັບພົນລະເມືອງຈີນ, ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວທີ່ຝ່າຍຈີນ ໄດ້ໃຫ້ການຊ່ວຍເຫຼືອກໍ່ສ້າງນັ້ນ ໄດ້ປະກອບສ່ວນໃນການໃຫ້ການບໍລິການແກ່ປະຊາຊົນທົ່ວໄປຢ່າງຕັ້ງໜ້າ, ຊຶ່ງມັນກໍສະແດງໃຫ້ເຫັນເຖິງທາດແທ້ຂອງທະຫານປະຊາຊົນ. ສີ່ ແມ່ນ ຂັ້ນປະຊາຊົນ. ຫຼາຍອົງການຈັດຕັ້ງໄມຕີຈິດຂອງຈີນກໍໄດ້ເຂົ້າຮ່ວມກິດຈະກໍາ “ແສງສະຫວ່າງ” ທີ່ໄດ້ເຮັດການຜ່າຕັດໃຫ້ກັບຜູ້ທີ່ເປັນຕາຕໍ້ກະຈົກ ເພື່ອຄືນແສງສະຫວ່າງທາງດວງຕາ, ທ່ານ ລຽງເຈີ້ນຢິ່ງ(Liang Zhenying) ຮອງປະທານສະພາປຶກສາການເມືອງທົ່ວປະເທດ ສປ ຈີນ ຍັງຈະນໍາພາມູນນິທິແບ່ງປັນຮົງກົງ ຈັດຕັ້ງປະຕິບັດການລົບລ້າງພະຍາດຕາຕໍ້ກະຈົກເຖິງຂັ້ນຕາບອດ ຢູ່ ສປປ ລາວ ເປັນເວລາ 5 ປີ. ແນ່ນອນແລ້ວ, ສິ່ງທີ່ຕ້ອງໄດ້ເຮັດຢ່າງຮີບດ່ວນແລະເປັນບູລິມະສິດສໍາຄັນຢ່າງຍິ່ງຂອງການຮ່ວມມືດ້ານສາທາລະນະສຸກຂອງສອງປະເທດແມ່ນການຕ້ານແລະສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19. ໃນຊ່ວງເວລາອັນສໍາຄັນທີ່ ສປ ຈີນ ຕໍ່ສູ້ກັບການແພ່ລະບາດໂຄວິດ-19, ສປປລາວກໍໄດ້ໃຫ້ການຊ່ວຍເຫຼືອດ້ານວັດຖຸສິ່ງຂອງຕ່າງໆ ຊຶ່ງລວມທັງເງິນສົດ 700,000 ໂດລາ ສະຫະລັດ. ພາຍຫຼັງຢູ່ ສປປ ລາວ ເກີດການແພ່ລະບາດ, ທາງ ສປ ຈີນເອງ ກໍໄດ້ແຕ່ງຕັ້ງທິມງານຊ່ຽວຊານ 3 ຊຸດ ແລະ ໃຫ້ການຊ່ວຍເຫຼືອລ້າວັກຊິນກັນໂຄວິດ-19 ຫຼາຍກວ່າ 3,300,000 ໂດສ ແກ່ສປປລາວ, ນອກຈາກນັ້ນ ຈີນຍັງໄດ້ຊວ່ຍເຫຼືອສ້າງຫ້ອງທົດລອງກວດອາຊິດນິວເຄຼຍ ແລະ ໃຫ້ການຊ່ວຍເຫຼືອດ້ານວັດຖຸສິ່ງຂອງອີກຫຼາຍຄັ້ງ. ການຮ່ວມມືລະຫວ່າງລາວ-ຈີນ ໃນການຕ້ານແລະສະກັດກັ້ນການແພ່ລະບາດຂອງໂຄວິດ-19 ໄດ້ສະແດງໃຫ້ເຫັນເຖິງຈິດໃຈຊ່ວຍເຫຼືອເກື້ອກູນຊຶ່ງກັນ ແລະ ກັນ ແລະນໍ້າໃຈຮ່ວມທຸກຮ່ວມສຸກຂອງປະຊາຊົມຮ່ວມຊາຕາກໍາອັນດຽວກັນ.

ເມື່ອຖືກຖາມກ່ຽວກັບແນວຄວາມຄິດການຮ່ວມມືໃນຂັ້ນຕໍ່ໄປ, ທ່ານ ຈ່ຽງຈ້າຍຕົ່ງ ກ່າວວ່າ ການຮ່ວມມືໃນຂົງເຂດວຽກງານສາທາລະນາສຸກ ລະຫວ່າງ ລາວ-ຈີນ ເປັນສ່ວນປະກອບອັນສໍາຄັນໃນການຊຸກຍູ້ສົ່ງເສີມການສ້າງປະຊາຄົມສຸຂະພາບຂອງມວນມະນຸດ. ໃນເວລາທີ່ເຂົ້າຮ່ວມພິທີວາງສີລາລຶກເປີດການກໍ່ສ້າງໂຮງໝໍມະໂຫສົດ, ທ່ານ ສີຈິນຜິງ ເລຂາທິການໃຫຍ່ ໄດ້ຊີ້ໃຫ້ເຫັນວ່າ ການຮ່ວມມືລາວ-ຈີນ ຕ້ອງສຸມໃສ່ຊີວິດການເປັນຢູ່ຂອງປະຊາຊົນໃຫ້ຫຼາຍຂຶ້ນ, ເພື່ອເຮັດໃຫ້ປະຊາຊົນທ້ອງຖິ່ນໄດ້ຮັບຜົນປະໂຫຍດຫຼາຍຂຶ້ນກວ່າເກົ່າ. ທ່ານ ຮຽກຮ້ອງໃຫ້ເຈົ້າໜ້າທີ່ຜູ້ຮັບຜິດຊອບວຽກງານສາທາລະນະສຸກຂອງ 2 ປະເທດ ຕ້ອງເພີ່ມທະວີການຮ່ວມມືແລກປ່ຽນທາງດ້ານນະໂຍບາຍ ແລະ ການຮ່ວມມືທີ່ແທດເໝາະກັບຕົວຈິງ, ພ້ອມກັນຍົກລະດັບການຮັກສາພະຍາບານ, ເພື່ອນໍາເອົາຜົນປະໂຫຍດຢ່າງແທ້ຈິງມາສູ່ປະຊາຊົນ 2 ຊາດລາວ-ຈີນ ໃຫ້ຫຼາຍຂຶ້ນກວ່າເກົ່າ.