ນະຄອນຄຸນໝິງ ສປ ຈີນ ແລະ ນະຄອນຫຼວງພະບາງ ເຊັນໜັງສືແຈ້ງເຈດຈໍານົງແຮກສ່ຽວ

lmcchina.org, October 6, 2021
Size:

ປີ 2021 , ໃນເວລາສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດ ຂອງ 2 ຊາດ ລາວ-ຈີນ ຄົບຮອບ 60  ປີ, ທາງລົດໄຟ ລາວ-ຈີນ ກໍຈະເປີດໃຫ້ບໍລິການໃນທ້າຍປີນີ້.ໃນວັນທີ 24  ກັນຍາ 2021 , ພິທີເຊັນໜັງສືແຈ້ງເຈດຈໍານົງແຮກສ່ຽວລະຫວ່າງສອງນະ ຄອນຄຸນໝິງ ສປ ຈີນ ກັບນະຄອນຫຼວງພະບາງ ສປປ ລາວໄດ້ຈັດຂຶ້ນໂດຍຜ່ານລະບົບສື່ສານທາງໄກ.

ທ່ານ ເສີງຫຼຽນຢວນ (Cheng Lianyuan) ເລຂາຄະນະພັກນະຄອນຄຸນໝິງ ທັງເປັນກໍາມະການປະຈໍາຄະນະພັກແຂວງຢູນນານ ໄດ້ກ່າວວ່າ ພວກຂ້າພະເຈົ້າມີຄວາມຍິນດີຮ່ວມກັບນະຄອນຫຼວງພະບາງເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອ, ລົງເລິກການແລກປ່ຽນການຮ່ວມມື, ພ້ອມກັນສ້າງໜ້າປະຫວັດສາດໃຫມ່ຂອງການພົວພັນທີ່ດີຂອງສອງນະຄອນໃນໄລຍະ  ໃໝ່.

ທ່ານ ຄໍາຂັນ ຈັນທະວີສຸກ ເລຂາພັກແຂວງ, ເຈົ້າແຂວງ ແຂວງຫຼວງພະບາງ ໄດ້ກ່າວໃນພິທີຜ່ານວິດີໂອທາງໄກ ໂດຍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈ ມາຍັງຄະນະບໍລິຫານງານນະຄອນຄຸນໝິງ ທີ່ໄດ້ໃຫ້ການຊ່ວຍເຫຼືອອຸປະກອນແພດແກ່ນະຄອນຫຼວງພະບາງໃນເວລາມີການແພ່ລະບາດຂອງພະຍາດໂຄວິດ 19. ທ່ານໄດ້ກ່າວວ່າ ການເຊັນໜັງສືແຈ້ງເຈດຈໍານົງຄັ້ງນີ້ ຖືວ່າເປັນຫຼັກໝາຍໃໝ່ຂອງສອງນະຄອນໃນການພັດທະນາຢ່າງມີໄມຕີຈິດມິດຕະພາບ ແລະ ເຊື່ອໝັ້ນວ່າ ສອງນະຄອນຈະລົງເລິກການຮ່ວມມືໃນທຸກຂົງເຂດ ທັງຈະໄດ້ຮັບໝາກຜົນອັນດົກໜາໃນອະນາຄົດ.

ທ່ານ ວຽງທອງ ອັດສະຈັນ ເລຂາພັກນະຄອນຫຼວງພະບາງ, ເຈົ້ານະຄອນຫຼວງພະບາງ ກ່າວວ່າ, ການລົງນາມໃນໜັງສືແຈ້ງເຈດຈໍານົງແຮກສ່ຽວຂອງສອງເມືອງຫຼວງພະບາງ ແລະ ຄຸນໝິງນີ້,ຈະເປັນການຊຸກຍູ້ສົ່ງເສີມໃຫ້ການຮ່ວມມືຂອງສອງທ້ອງຖິ່ນນີ້ ກ້າວຂຶ້ນສູ່ລະດັບໃໝ່, ລົງເລິກການຮ່ວມມືລະຫວ່າງສອງຝ່າຍທາງດ້ານເສດຖະກິດການຄ້າ, ວັດຖະນາທໍາ, ການທ່ອງທ່ຽວ, ການສຶກສາ, ການພັດທະນາດ້ານບຸກຄະລາກອນ, ສາທາລະນະສຸກ, ການຄົມມະນາຄົມຂົນສົ່ງ ພ້ອມທັງເສິມສ້າງທ່າແຮງຂອງກັນແລະກັນໃນຂົງເຂດທີ່ສອງຝ່າຍສົນໃຈເພື່ອຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ມາຮອດປັດຈຸບັນ, ນະຄອນຄຸນໝິງໄດ້ສ້າງສາຍພົວພັນ ຫຼືແຮກສ່ຽວກັບ 46  ເມືອງໃນ 31  ປະເທດ. ນະຄອນຄຸນໝິງໄດ້ຖືກຈັດຢູ່ອັນດັບທີໜຶ່ງໃນທົ່ວປະເທດຈີນໃນການແຮກສ່ຽວກັບບັນດາເມືອງປະເທດອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້ ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງເປັນຕົວເມືອງໃຈກາງສາກົນໃນເຂດພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້.