ລັດຖະມົນຕີກະຊວງການຕ່າງປະເທດລາວຕີລາຄາສູງຕໍ່ການພັດທະນາແລະໝາກຜົນການຮ່ວມມືລາວ-ຈີນ

CRI, September 30, 2021
Size:

ໃນໂອກາດເຂົ້າຮວ່ມແລະກ່າວຄຳປາໄສໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນຄົບຮອບ 72 ປີ ແບບທາງໄກໃນວັນທີ 28 ກັນຍານີ້ ໂດຍສະຖານທູດ ສປ ຈີນ ປະຈໍາ ສປປ ລາວຈັດຂື້ນແລະພາຍໃຕ້ການເປັນປະທານຂອງ ສະຫາຍ ຈ່ຽງ ຈາຍ ຕຸ່ງເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ; ສະຫາຍ ສະເຫຼີມໄຊ ກົມມະສິດກຳມະການກົມການເມືອງສູນກາງພັກປປລາວ,ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປລາວ ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ຜົນສໍາເລັດອັນໃຫຍ່ຫລວງທີ່ປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ຕະຫລອດໄລຍະ 72 ປີ ຜ່ານມາ, ພາຍໃຕ້ການຊີ້ນຳ-ນຳພາອັນຖືກຕ້ອງ ແລະ ສະຫລາດສ່ອງໃສຂອງພັກກອມມູນິດຈີນ, ປະຊາຊົນຈີນອ້າຍນ້ອງ ສາມາດຍາດມາໄດ້ຜົນສຳເລັດອັນໃຫຍ່ຫຼວງຢ່າງຮອບດ້ານໃນການສ້າງສັງຄົມນິຍົມທີ່ທັນສະໄໝ ຕາມສີສັນພິເສດຂອງຈີນ, ເຮັດໃຫ້ ສປ ຈີນ ມີຄວາມກ້າວໜ້າທາງດ້ານເສດຖະກິດ, ວິທະຍາສາດ-ເຕັກໂນໂລຊີ, ຊີວິດການເປັນຢູ່ຂອງປະຊາຊົນຈີນ ໄດ້ຮັບການພັດທະນາໃຫ້ດີຂຶ້ນເປັນກ້າວໆ, ເຫດການທີ່ພົ້ນເດັ່ນກໍຄື ການປະກາດຜົນສໍາເລັດໃນການຫຼຸດພົ້ນອອກຈາກຄວາມທຸກຍາກຂອງ ສປ ຈີນ ໃນຕົ້ນປີ 2021 ຜ່ານມາ, ໃນນັ້ນປະຊາຊົນເກືອບ 100 ລ້ານຄົນ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກເຊິ່ງຖືເປັນເຫດການອັນມະຫັດສະຈັນໜຶ່ງ ອັນໄດ້ເຮັດໃຫ້ຖານະບົດບາດຂອງ ສປ ຈີນ ໄດ້ສູງເດັ່ນຂຶ້ນຢ່າງປະຈັກຕາ ໃນເວທີພາກພື້ນ ແລະສາກົນ ແລະ ໄດ້ກາຍເປັນແບບຢ່າງອັນດີເດັ່ນ ໃຫ້ແກ່ບັນດາປະເທດທີ່ກຳລັງພັດທະນາໃນໂລກ.

ສະຫາຍ ສະເຫຼີມໄຊ ກົມມະສິດ ກ່າວຕື່ມວ່າ: ລັດຖະບານ ແລະ ປະຊາຊົນລາວ ຍາມໃດກໍໃຫ້ຄວາມສຳຄັນເປັນພິເສດ ຕໍ່ການພົວພັນຮ່ວມມື ກັບ ລັດຖະບານ ແລະ ປະຊາຊົນ ສປ ຈີນ. ປີ 2021 ບໍ່ພຽງແຕ່ເປັນປີຄົບຮອບ100 ປີ ແຫ່ງການສ້າງຕັ້ງພັກກອມມູນິດຈີນເທົ່ານັ້ນ, ແຕ່ຍັງເປັນປີຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ເປັນປີມິດຕະພາບ ລະຫວ່າງ ລາວ-ຈີນ. ຕະຫຼອດໄລຍະ 6 ທົດສະວັດ ທີ່ຜ່ານມາ, ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນອ້າຍນ້ອງ ໄດ້ເພີ່ມທະວີຄວາມຮັກແພງສາມັກຄີ ນັບມື້ນັບເລິກເຊິ່ງ ຈາກໄລຍະການຕໍ່ສູ້ກູ້ຊາດ ເພື່ອຄວາມເປັນເອກະລາດແຫ່ງຊາດ ຈົນຮອດໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາ ສປປ ລາວ ໃນປັດຈຸບັນ, ການພົວພັນຮ່ວມມືສອງຝ່າຍໄດ້ຮັບການຍົກສູງຂຶ້ນເປັນກ້າວໆມາ ທັງໃນລວງກວ້າງ ແລະ ລວງເລິກ ຈາກການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ກ້າວຂຶ້ນສູ່ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ, ການຮ່ວມມືສອງຝ່າຍໃນດ້ານຕ່າງໆ ໄດ້ຮັບການຂະຫຍາຍຕົວຢ່າງກວ້າງຂວາງ ເຊິ່ງໄດ້ນຳເອົາຜົນປະໂຫຍດອັນໃຫຍ່ຫລວງມາສູ່ປະຊາຊົນສອງຊາດລາວ-ຈີນ. ໃນນີ້, ສິ່ງທີ່ເອກອ້າງ ແລະ ພູມໃຈເປັນພິເສດ ກໍຄື ຜົນສໍາເລັດຂອງການສ້າງເສັ້ນທາງລົດໄຟລາວ-ຈີນ, ເຊິ່ງຄາດວ່າຈະເປີດນໍາໃຊ້ຢ່າງເປັນທາງການ ໃນທ້າຍປີ 2021 ນີ້, ອັນຈະເປັນໂຄງການສັນຍາລັກຂອງການຮ່ວມມືຕົວຈິງ ລະຫວ່າງສອງຊາດລາວ-ຈີນ ແລະ ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອຂອງສອງປະເທດ ແລະ ໂຄງການດັ່ງກ່າວຍັງເປັນຕົວແບບໃນການປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງປະທານ ສີ ຈິ້ນຜິງ ທີ່ພວກເຮົາສາມາດເຫັນໄດ້ຢ່າງປະຈັກຕາ ແລະ ມີຄວາມໝາຍສຳຄັນທາງປະຫວັດສາດ.

ສະຫາຍ ສະເຫລີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ທີ່ຕະຫລອດໄລຍະຜ່ານມາ ພັກ-ລັດ ແລະ ປະຊາຊົນຈີນ ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ຢ່າງຫລວງຫລາຍ, ພິເສດແມ່ນການຊ່ວຍ ເຫລືອອັນລໍ້າຄ່າດ້ານການແພດ, ການສົ່ງຊ່ຽວຊານມາຊ່ວຍເຫລືອ ໃນໄລຍະການລະບາດຂອງພະຍາດໂຄວິດ-19, ການຊ່ວຍເຫລືອໃນການສະໜອງວັກຊິນຕ້ານໂຄວິດ-19 ຈໍານວນຫລາຍລ້ານໂດສ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ.

ໃນໂອກາດດຽວກັນນີ້, ທ່ານ ຈ່ຽງ ຈາຍຕຸ່ງ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຮູ້ບຸນຄຸນ ມາຍັງພັກ, ລັດຖະບານ ແລະ ປະຊາຊົນລາວ ຍາມໃດກໍໃຫ້ຄວາມສໍາຄັນພິເສດຕໍ່ການພົວພັນຮ່ວມມື ຈີນ-ລາວ. ພ້ອມນັ້ນ, ກໍໄດ້ຕີລາຄາສູງ ຕໍ່ທັດສະນະຂອງຝ່າຍລາວ ພ້ອມທັງຍິນດີທີ່ຈະສືບຕໍ່ໃຫ້ການຮ່ວມມືກັບພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ໂດຍຖືເອົາການສ້າງສາຍພົວພັນການທູດ ລະຫວ່າາງ ຈີນ-ລາວ ຄົບຮອບ 60 ປີ ແລະ ປີມິດຕະພາບຈີນ-ລາວ ເປັນກາລະໂອກາດໃນການເພີ່ມທະວີຄວາມສາມັກຄີ ແລະ ເປີດກວ້າງການຮ່ວມມືກັນ ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ, ລາວ-ຈີນ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ນຳເອົາສິດຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດຈີນ-ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ.

ເປັນກຽດເຂົ້າຮວ່ມໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນຄົບຮອບ 72 ປີ ແບບທາງໄກໃນຄັ້ງນີ້,ຍັງມີແຂກທີ່ຖືກເຊີນຈາກພາກສວ່ນຕ່າງໆ,ນັບທັງຊາວເຊື້ອຊາດຈີນ ແລະ ຊາວຈີນຕ່າງດ້າວທີ່ອາໄສຢູ່ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.