ທ່ານ ນາງຄຳເພົາ ເອີນທະວັນ ນຳພາພະນັກງານການທູດລາວເຂົ້າຮ່ວມງານສັບປະດາການແລກປ່ຽນວຽກງານການສຶກສາຈີນ-ອາຊຽນທີ່ນະຄອນກຸ້ຍຢາງ

CRI, September 29, 2021
Size:

图片默认标题_fororder_大2

图片默认标题_fororder_大1

    ທ່ານນາງຄໍາເພົາ ເອີນທະວັນ, ເອກອັກຄະລັດຖະທູດສປປລາວ ປະຈໍາສປຈີນ ໄດ້ນໍາພາຄະນະສະຖານທູດລາວທີ່ ນະຄອນຫຼວງປັກກິ່ງ ແລະ ສະຖານກົງສູນໃຫຍ່ຂອງລາວ ປະຈຳນະຄອນຊາງຊາ, ແຂວງຫູນານ, ຕາງໜ້າໃຫ້ລັດຖະບານ ສປປ ລາວ ເຂົ້າຮ່ວມງານສັບປະດາການແລກປ່ຽນວຽກງານສຶກສາຈີນ-ອາຊຽນປະຈໍາປີ 2021 ເຊິ່ງໄດ້ຈັດຂຶ້ນລະຫວ່າງວັນທີ 23 ຫາ 26 ກັນຍາ 2021 ທີ່ນະຄອນກຸ້ຍຢາງ, ແຂວງກຸ້ຍໂຈ, ສປ ຈີນ.

    ໃນພິທີເປີດງານທີ່ຈັດຂຶ້ນໃນຕອນເຊົ້າຂອງວັນທີ 24 ກັນຍາ 2021, ການນໍາຂັ້ນສູງຂອງຝ່າຍຈີນແລະບັນດາປະເທດອາຊຽນໄດ້ປະກອບຄໍາເຫັນໃນແບບອອນລາຍ ແລະ ອອຟລາຍ, ພະນະທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານຮອງສາດສະດາຈານ, ປະລິນຍາເອກ ພຸດ ສີມມະລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕາງໜ້າໃຫ້ລັດຖະບານສປປ ລາວ ມີຄໍາເຫັນໃນພິທີເປີດງານເຊັ່ນດຽວກັນ.

    ໃນຕອນເຊົ້າຂອງວັນທີ 25 ກັນຍາ 2021 ນີ້, ທ່ານ ນາງຄໍາເພົາ ເອີນທະວັນ, ເອກອັກຄະລັດຖະທູດສປປລາວ ປະຈໍາສປຈີນ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາກ່ຽວກັບການສົ່ງເສີມ ແລະ ການຟື້ນຟູວຽກງານອາຊີວະສຶກສາ ຂອງເຂດຫ່າງໄກສອກຫຼີກ ລະຫວ່າງແຂວງກຸ້ຍໂຈກັບບັນດາປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ຊຶ່ງທ່ານທູດລາວໄດ້ຕີລາຄາສູງຕໍ່ກັບງານສັບປະດາ ແລະ ງານສຳມະນາຄັ້ງນີ້ ເຊິ່ງຈະເປັນເວທີອັນສຳຄັນໃນການສົ່ງເສີມ, ຮັດແໜ້ນ ແລະ ລົງເລິກການພົວພັນຮ່ວມມືດ້ານການສຶກສາ, ວັດທະນະທໍາ, ການທ່ອງທ່ຽວ ແລະ ອື່ນໆ ລະຫວ່າງອາຊຽນກັບສປຈີນ ກໍຄືອາຊຽນກັບແຂວງກຸ້ຍໂຈ ແລະ ສປປ ລາວກັບແຂວງກຸ້ຍໂຈ, ໂດຍສະເພາະໃນປີ 2021 ນີ້ໄດ້ມີຄວາມໝາຍສໍາຄັນທາງປະຫວັດສາດຢ່າງຍິ່ງຕໍ່ກັບການພົວພັນຮ່ວມມືລະຫວ່າງສປປ ລາວ ກັບສປ ຈີນກໍ່ຄືອາຊຽນກັບ ສປ ຈີນ ໃນທຸກຂົງເຂດວຽກງານ ກໍ່ຄືວຽກງານການສຶກສາຊັ້ນສູງ-ອາຊິວະສຶກສາ ໃນໂອກາດສະ ເຫຼີມສະຫຼອງເຫດການປະຫວັດສາດ ການສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 60 ປີ, ປີມິດຕະພາບລາວ-ຈີນ, ການເປັນຄູ່ຮ່ວມເຈລະຈາ ລະຫວ່າງ ອາຊຽນ ກັບ ສປ ຈີນ ຄົບຮອບ 30 ປີ, 5 ປີຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ການສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ.

     ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດລາວຍັງໄດ້ໃຫ້ສຳພາດຕໍ່ສຳນັກຂ່າວສານຂອງແຂວງກຸ້ຍໂຈ ເຊິ່ງທ່ານທູດໄດ້ຕີລາຄາສູງ ແລະ ໃຫ້ຄວາມສຳຄັນຕໍ່ງານສັບປະດາຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງງານສັບປະດາດັ່ງກ່າວ ກໍຄືໝາກຜົນຂອງການຮ່ວມມືທາງດ້ານການສຶກສາຊັ້ນສູງ-ອາຊີວະສຶກສາ ລະຫວ່າງອາຊຽນກັບສປ ຈີນ, ອາຊຽນກັບແຂວງກຸ້ຍໂຈ ກໍ່ຄືສປປ ລາວ ກັບ ສປ ຈີນ ແລະ ສປປ ລາວກັບແຂວງກຸ້ຍໂຈ, ອັນຈະເປັນການຊຸກຍູ້ການໄປມາຫາສູ່ກັນ ແລະ ເພີ່ມຄວາມເຂົ້າອົກເຂົ້າໃຈກັນລະຫວ່າງປະຊາຊົນທັງສອງຝ່າຍ.

     ນອກນັ້ນ, ທ່ານເອກອັກຄະລັດຖະທູດລາວຍັງໄດ້ນໍາພາຄະນະເຂົ້າຢ້ຽມຂໍ່ານັບ ສະຫາຍນາງເສີນອິຊິນ, ກຳມະການສູນກາງພັກ, ເລຂາພັກແຂວງກຸ້ຍໂຈ, ປະທານສະພາປະຊາຊົນແຂວງກຸ້ຍໂຈ ໃນວັນທີ 23 ກັນຍາ 2021ເພື່ອປຶກສາຫາລືກ່ຽວກັບການພົວພັນຮ່ວມມືລະຫວ່າງສປປ ລາວ ກັບແຂວງກຸ້ຍໂຈ ໃນຂົງເຂດວຽກງານການສຶກສາ, ວັດທະນະທໍາ, ທ່ອງທ່ຽວແລະອື່ນໆ. ພ້ອມນັ້ນ, ຄະນະຝ່າຍລາວຍັງໄດ້ໄປຢ້ຽມຢາມສະຖານທີ່ສຳຄັນທາງປະຫວັດສາດ, ເປັນຕົ້ນແມ່ນບ້ານບູຮານຊິງຢຽນ, ນະຄອນຊຸນອິເພື່ອຊອກຮູ້ປະຫວັດສາດຂອງພັກກອມມູນິດຈີນ, ພ້ອມທັງຢ້ຽມຢາມຫົວໜ່ວຍທຸລະກິດຈໍານວນໜຶ່ງ ເຊັ່ນ: ກຸ່ມບໍລິສັດເຫຼົ້າເໝົາຖາຍ ແລະ ອື່ນໆ.