ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ​ຜົນ​ສຳ​ເລັດ​ການ​ກໍ່​ສ້າງ​ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ທັງ​ໝົດ 7 ເຂື່ອນ​ຕາມ​ລຳ​ນ້ຳ​ອູທີ່​ລົງ​ທຶນ​ກໍ່​ສ້າງ​ໂດຍວິ​ສາ​ຫະ​ກິດ​ຈີນ

CRI, September 29, 2021
Size:

ຈັດພິທີສະເຫຼີມສະຫຼອງຜົນສຳເລັດການກໍ່ສ້າງໂຄງການເຂື່ອນໄຟຟ້ານ້ຳຕົກທັງໝົດ 7 ເຂື່ອນຕາມລຳນ້ຳອູທີ່ລົງທຶນກໍ່ສ້າງໂດຍວິສາຫະກິດຈີນ_fororder_微信图片_20210929090819 

ວັນທີ 28 ກັນຍານີ້, ພິທີສະເຫຼີມສະຫຼອງຜົນສຳເລັດການກໍ່ສ້າງໂຄງການເຂື່ອນໄຟຟ້ານ້ຳຕົກທັງໝົດ 7 ເຂື່ອນຕາມລຳນ້ຳອູທີ່ລົງທຶນກໍ່ສ້າງໂດຍວິສາຫະກິດຈີນໄດ້ຈັດຂຶ້ນດ້ວຍຮູບແບບທັງອ໋ອນລາຍແລະອັອຟລາຍ.

ທ່ານດາວວົງ ພອນແກ້ວ ກຳມະການສູນກາງພັກປະຊາຊົນປະຕິວັດລາວ ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ແຫ່ງສປປ ລາວ, ທ່ານຫຼີຈື້ກົ່ງ ຫົວໜ້າກົງສູນໃຫຍ່ສປຈີນປະຈຳນະຄອນຫຼວງພະບາງ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນທີ່ກຽວຂ້ອງທັງສອງປະເທດຈີນ-ລາວໄດ້ເຂົ້າຮ່ວມພິທີດັ່ງກ່າວດ້ວຍຮູບແບບທາງອ໋ອນລາຍແລະອັຟລາຍ ທັງຮ່ວມກັນເປີດການຜະລິດໄຟຟ້າ.

ເຂື່ອນໄຟຟ້ານ້ຳຕົກຕາມລຳນ້ຳອູເປັນໂຄງການເຂື່ອນໄຟຟ້ານ້ຳຕົກແບບຂັ້ນໄດທົ່ວລຳນ້ຳແຫ່ງທຳອິດທີ່ວິສາຫະກິດຈີນລົງທຶນພັດທະນາຢູ່ຕ່າງປະເທດ.

ນ້ຳອູເປັນສາຂາແມ່ນ້ຳຂອງທີ່ໃຫຍ່ທີ່ສຸດຢູ່ດິນແດນລາວ, ມີພະລັງງານນ້ຳທີ່ມີຄຸນນະພາບດີ ທັງເປັນໜຶ່ງໃນບັນດາແຫຼ່ງຊັບພະຍາກອນພະລັງງານນ້ຳທີ່ລັດຖະບານລາວພວມຕັ້ງໜ້າຊຸກຍູ້ພັດທະນາຢູ່.