ກອງປະຊຸມທາງໄກ ກ່ຽວກັບ ການຮ່ວມມືດ້ານສິ່ງແວດລ້ອມ LM ໄດ້ຈັດຂຶ້ນຢ່າງເປັນທາງການ

lmcchina.org, September 28, 2021
Size:

ໃນວັນທີ 14 ກັນຍາ 2021, ກອງປະຊຸມທາງໄກ ກ່ຽວກັບການຮ່ວມມືດ້ານສິ່ງແວດລ້ອມປະເທດແມ່ນ້ຳລ້ານຊ້າງ-ແມ່ນໍ້າຂອງ (LM) ໄດ້ຈັດຂຶ້ນດ້ວຍຜົນສຳເລັດອັນຈົບງາມ, ເຊິ່ງເປັນເຈົ້າພາບໂດຍສູນຮ່ວມມືດ້ານສິ່ງແວດລ້ອມ LM ແລະ ສູນຮ່ວມມື-ແລກປ່ຽນກັບຕ່າງປະເທດ ກະຊວງນິເວດ ແລະ ສິ່ງແວດລ້ອມ ສປ ຈີນ ແລະມີຜູ້ຕາງໜ້າຂອງບັນດາປະເທດ LM ເຂົ້າຮ່ວມ.

ກອງປະຊຸມໄດ້ແລກປ່ຽນຄຳຄິດເຫັນ ກ່ຽວກັບ ແຜນການລວມຂອງການຮ່ວມມືດ້ານສິ່ງແວດລ້ອມ LM ໃນປີ 2021, ເຊິ່ງຜູ້ຕາງໜ້າຈາກກົມຮ່ວມມືສາກົນ ກະຊວງນິເວດ ແລະ ສິ່ງແວດລ້ອມ ໄດ້ກ່າວໃນກອງປະຊຸມວ່າ: ໃນຊຸມປີທີ່ຜ່ານມາ, ປະເທດ LM ໄດ້ເພີ່ມທະວີການຮ່ວມມືໂດຍຜ່ານຮູບການຕ່າງໆ, ເຊັ່ນ: ດຳເນີນການແລກປ່ຽນສົນທະນາກ່ຽວກັບນະໂຍບາຍລະຫວ່າງການນຳຂັ້ນສູງ,ຈັດກິດຈະກຳສ້າງຂີດຄວາມສາມາດ ແລະອື່ນໆເປັນຕົ້ນ, ໄດ້ສ້າງຄວາມຄືບໜ້າອັນເປັນຮູບປະທຳໃນການຊຸກຍູ້ການພັດທະນາແບບຍືນຍົງໃນພາກພື້ນ. ປີນີ້ເປັນປີຄົບຮອບ 5 ປີແຫ່ງການເລີ່ມດໍາເນີນການຮ່ວມມື LM, ຫວັງວ່າ ບັນດາປະເທດໃນພາກພື້ນຈະສືບຕໍ່ຊຸກຍູ້ການພັດທະນາແບບສີຂຽວ ແລະ ແບບກາກບອນຕ່ຳໃນເຂດລ້ອງແມ່ນ້ຳລ້ານຊ້າງ-ມ່ນ້ຳຂອງ ບົນພື້ນຖານການຮ່ວມມືແບບຕ່າງຝ່າຍຕ່າງຮັບຜົນປະໂຫຍດ.

ຜູ້ຕາງໜ້າຈາກສູນຮ່ວມມືດ້ານສິ່ງແວດລ້ອມ LM ໄດ້ແນະນຳຄວາມຄືບໜ້າຫຼ້າສຸດ ແລະ ແຜນດຳເນີນງານຂອງປະເທດໃນພາກພື້ນ ກ່ຽວກັບການປະຕິບັດແຜນການທູດສີຂຽວ LM, ການດຳເນີນການຄົ້ນຄວ້າ ກ່ຽວກັບພະລັງງານແບບຍືນຍົງ ແລະ ການພັດທະນາແບບກາກບອນຕ່ຳ ກໍຄື ການສ້າງເວທີແລກປ່ຽນຄວາມຮູ້ດ້ານພື້ນຖານໂຄງລ່າງແບບຍືນຍົງ, ສີຂຽວ ແລະ ກາກບອນຕ່ຳ LM.

ຜູ້ຕາງໜ້າທີ່ເຂົ້າຮ່ວມກອງປະຊຸມໄດ້ມີຄວາມເຫັນເປັນເອກະພາບກັນວ່າ: ປະເທດ LM ໄດ້ບັນລຸຄວາມຮັບຮູ້ເປັນເອກະພາບກັນຂັ້ນເບື້ອງຕົ້ນ ໃນການຊຸກຍູ້ການພັດທະນາພະລັງງານແບບຍືນຍົງ, ເຊິ່ງໃນອະນາຄົດຄວນສືບຕໍ່ເພີ່ມທະວີການຮ່ວມມືໃນການສ້າງຄວາມສາມາດ, ຮ່ວມກັນຊຸກຍູ້ການສ້າງເຄືອຂ່າຍການຮ່ວມມືດ້ານການພັດທະນາພະລັງງານແບບຍືນຍົງໃນພາກພື້ນ ແລະ ຍົກສູງຄວາມສາມາດບົ່ມຊ້ອນຂອງການພັດທະນາແບບຍືນຍົງໃນພາກພື້ນໂດຍລວມ. 

ໃນຂະນະດຽວກັນ, ທຸກຝ່າຍທີ່ເຂົ້າຮ່ວມ ກອງປະຊຸມ ລ້ວນແຕ່ໄດ້ສະແດງຄວາມເຫັນວ່າ ການສ້າງເວທີແລກປ່ຽນຄວາມຮູ້ດ້ານພື້ນຖານໂຄງລ່າງແບບຍືນຍົງ, ສີຂຽວ ແລະ ກາກບອນຕ່ຳ LM ມີຄວາມໝາຍສຳຄັນຫຼາຍ, ທັງຍິນດີຈະປະກອບສ່ວນເຂົ້າໃນການສ້າງເວທີດັ່ງກ່າວໃນອະນາຄົດ.