ຊຸດຝຶກອົບຮົມການຮ່ວມມືດ້ານການຄ້າເອເລັກໂຕຣນິກ ແລະ ການຫັນເປັນດີຈີຕອນ ເພື່ອສ້າງຂີດຄວາມສາມາດໃຫ້ແກ່ການຮ່ວມມືດ້ານການຜະລິດລະຫວ່າງປະເທດ LM ໄດ້ຈັດຂຶ້ນຢູ່ທີ່ນານນິງ

lmcchina.org, September 28, 2021
Size:

ຫວ່າງບໍ່ດົນມານີ້, ໃນໄລຍະເວລາຈັດງານວາງສະແດງສິນຄ້າ ຈີນ-ອາຊຽນ, ສູນຮ່ວມມືສາກົນຂອງຄະນະກໍາມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນໄດ້ຮ່ວມກັບຄະນະກໍາມະການພັດທະນາ ແລະ ປະຕິຮູບເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ຈັດຊຸດຝຶກອົບຮົມການຮ່ວມມືດ້ານການຄ້າເອເລັກໂຕຣນິກ ແລະ ການຫັນເປັນດີຈີຕອນ ເພື່ອສ້າງຂີດຄວາມສາມາດໃຫ້ແກ່ການຮ່ວມມືດ້ານການຜະລິດລະຫວ່າງປະເທດແມ່ນ້ຳລ້ານຊ້າງ-ແມ່ນໍ້າຂອງ (LM) ຢູ່ທີ່ນະຄອນນານນິງ ເຂດກວາງຊີ, ໂດຍມີຜູ້ບໍລິຫານລະດັບສູງແລະຜູ້ປະກອບການທີ່ເກັ່ງກ້າຈໍານວນ 100 ກວ່າຄົນທີ່ມາຈາກຂົງເຂດເສດຖະກິດດີຈີຕອນ ແລະ ການຄ້າເອເລັກໂຕຣນິກ ຂອງບັນດາປະເທດ LM ເຂົ້າຮ່ວມ.

ຊຸດຝຶກອົບຮົມດັ່ງກ່າວໄດ້ດຳເນີນໄປເປັນເວລາ 4 ມື້ ເຊິ່ງໄດ້ຈັດຂຶ້ນດ້ວຍທາງອອນລາຍ ແລະ ອອຟລາຍໄປພ້ອມ. ຊຸດຝຶກອົບຮົມດັ່ງກ່າວມີຈຸດປະສົງເພື່ອສືບຕໍ່ຊຸກຍູ້ການຮ່ວມມືດ້ານຄວາມສາມາດການຜະລິດ ແລະ ການລົງທຶນລະຫວ່າງປະເທດ LM ໃຫ້ເຂົ້າສູ່ລວງເລິກ, ຊຸກຍູ້ການຫັນປ່ຽນຮູບແບບການພັດທະນາ ແລະ ຍົກລະດັບການຫັນເປັນດີຈີຕອນໃນພາກພື້ນ, ຊຸກຍູ້ໃຫ້ພາກພື້ນມີການພັດທະນາໄປພ້ອມກັນ ແລະ ສ້າງສະຖານະພາບຂອງການພັດທະນາແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ໂດຍຜ່ານການຝຶກອົບຮົມຢ່າງເປັນລະບົບ.

ໃນພິທີເປີດຊຸດຝຶກອົບຮົມ, ຜູ້ເຂົ້າຮ່ວມຕ່າງກໍໄດ້ປະກອບຄຳເຫັນວ່າ ພາຍໃຕ້ກົນໄກການຮ່ວມມືໃນການຍົກສູງຂີດຄວາມສາມາດດ້ານການຜະລິດ ແລະ ການລົງທຶນລະຫວ່າງປະເທດ LM, ການຮ່ວມມືລະຫວ່າງບັນດາປະເທດໃນຂົງເຂດຈຸດສຸມ, ເຊັ່ນ: ການສ້າງພື້ນຖານໂຄງລ່າງດີຈີຕອນ, ການຄ້າເອເລັກໂຕຣນິກ ແລະ ການຄົ້ນຄວ້າພັດທະນາເຕັກນິກດີຈີຕອນເປັນຕົ້ນ ໄດ້ມິີຄວາມຄືບໜ້າໃໝ່ແບບກ້າວກະໂດດ. ໃນອະນາຄົດ, ເສດຖະກິດດີຈີຕອນນັບມື້ນັບມີຄວາມສຳຄັນໃນການຮ່ວມມືຢູ່ອະນຸພາກພື້ນ, ເພາະສະນັ້ນ ບັນດາປະເທດ LM ຄວນຮ່ວມມືກັນຊຸກຍູ້ການເຜີຍແຜ່ນຳໃຊ້ໝາກຜົນຂອງເຕັກນິກດີຈີຕອນ, ເລັ່ງລັດການຫັນປ່ຽນຮູບແບບການພັດທະນາໂດຍໃຊ້ດີຈີຕອນ, ພ້ອມທັງຕັ້ງໜ້າຊຸກຍູ້ການຟື້ນຟູເສດຖະກິດຫຼັງໂຄວິດ, ຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ດ້ວຍຄຸນະພາບສູງ.