ທ່ານ​ວາງ​ຢີ້​ສຳ​ເລັດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ, ກຳ​ປູ​ເຈຍ, ສິງ​ກະ​ໂປ ແລະ​ ສ.ເກົາຫຼີ

CRI, September 28, 2021
Size:

ວັນທີ 17 ກັນຍານີ້, ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ສຳເລັດການຢ້ຽມຢາມຫວຽດນາມ, ກຳປູເຈຍ, ສິງກະໂປ ແລະ ສ.ເກົາຫຼີ ແລະໄດ້ຮັບການສຳພາດຕໍ່ນັກຂ່າວຈີນວ່າ: ການຢ້ຽມຢາມ 4 ປະເທດອາຊີເທື່ອນີ້, ໂດຍຜ່ານການແລກປ່ຽນຄວາມເຫັນຢ່າງກວ້າງຂວາງແລະເລິກເຊິ່ງກັບບຸກຄົນສຳຄັນທາງການເມືອງ 4 ປະເທດດັ່ງກ່າວ, ໄດ້ບັນລຸເປົ້າໝາຍທີ່ຈະສືບຕໍ່ສົ່ງເສີມມິດຕະພາບ, ເພີ່ມທະວີຄວາມສາມັກຄີກັນ, ເພີ່ມຄວາມໄວ້ເນື້ອເຊື່ອໃຈກັນ ແລະລົງເລິກການຮ່ວມມືກັນ.

ທ່ານວາງຢີ້ກ່າວວ່າ: ການຢ້ຽມຢາມຄັ້ງນີ້, ຝ່າຍຕ່າງໆໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບການຮ່ວມມືຕ້ານກັບພະຍາດໂຄວິດ-19 ໃນຕໍ່ໜ້າ. ຈີນໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ປະເທດຕ່າງໆເພື່ອຕ້ານພະຍາດຕາມຄວາມສາມາດຂອງຕົນ, ສືບຕໍ່ໃຫ້ບູລິມະສິດການຊ່ວຍເຫຼືອແກ່ປະເທດອາຊຽນໃນດ້ານວັກຊີນ. ຝ່າຍຕ່າງໆເຫັນດີໃຫ້ເພີ່ມທະວີການປ້ອງກັນແລະຄວບຄຸມພະຍາດຮ່ວມກັນ, ຊຸກຍູ້ການປ້ອງກັນພະຍາດແລະການຟື້ນຟູຫຼັງການແຜ່ລະບາດຂອງພະຍາດຢ່າງປະສານສົມທົບກັນ.