ຈຳ​ນວນ​ການ​ສັກ​ວັກ​ຊີນ​ໂຄວິດ-19 ຢູ່​ມຽນ​ມາ​ບັນ​ລຸ​ຫຼາຍກວ່າ 10 ລ້ານ​ຫຼອດ

CRI, September 28, 2021
Size:

ຕາມສະຖິຕິຂອງກະຊວງສາທາລະນະສຸກມຽນມາ, ນັບມາຮອດວັນທີ 25 ກັນຍານີ້, ຈຳນວນການສັກວັກຊີນໂຄວິດ-19 ຢູ່ມຽນມາໄດ້ບັນລຸຫຼາຍກວ່າ 10 ລ້ານຫຼອດ.

ຜູ້ທີ່ໄດ້ສັກວັກຊີນ 2 ເຂັມແລ້ວນັ້ນມີ 3,7 ລ້ານກວ່າຄົນ,ຜູ້ທີ່ສັກວັກຊິນ 1 ເຂັມມີ 3,4 ລ້ານກວ່າຄົນ, ລວມກັນແລ້ວ ຈຳນວນການສັກວັກຊີນໂຄວິດ-19 ບັນລຸຫຼາຍກວ່າ 10,93 ລ້ານຫຼອດ. ຄຽງຄູ່ກັບຈຳນວນສັກວັກຊີນໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ມຽນມາໃນໄລຍະມໍ່ໆນີ້ ໄດ້ຄ່ອຍໆຫຼຸດລົງ.