ຈີນ​ໄດ້​ສະ​ໜອງວັກ​ຊີນ​ໂຄວິດ-19​ ຫລາຍກວ່າ 1,25 ຕື້​ຫລອດ​ໃຫ້​ແກ່​​ໂລກ

CRI, September 28, 2021
Size:

    ວັນທີ 26 ກັນຍານີ້, ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມພິທີເປີດກອງປະຊຸມປຶກສາຫາລືການພັດທະນາແບບຍືນຍົງ ແລະກ່າວຄຳປາໄສຜ່ານທາງວິດີໂອ.

    ທ່ານວາງຢີ້ກ່າວວ່າ, ໃນຖານະເປັນປະເທດພວມພັດທະນາທີ່ໃຫຍ່ທີ່ສຸດ, ຈີນ ແລະປະເທດພວມພັດທະນາອື່ນໆໄດ້ຊ່ວຍເຫລືອເຊິ່ງກັນ ແລະກັນຢ່າງສະເໝີຕົ້ນສະເໝີປາຍ, ຕັ້ງໜ້າຊຸກຍູ້ການຮ່ວມມືໃຕ້-ໃຕ້, ໄດ້ໃຫ້ການຊ່ວຍເຫລືອດ້ານການພັດທະນາແກ່ 160 ກວ່າປະເທດພວມພັດທະນາ. ເມື່ອຜະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19, ຈີນໄດ້ດຳເນີນການເຄື່ອນໄຫວມະນຸດສະທຳໃນທົ່ວໂລກຢ່າງຂະໜາດໃຫຍ່ທີ່ສຸດຕັ້ງແຕ່ ສປ ຈີນສະຖາປະນາເປັນຕົ້ນມາ, ໄດ້ປະຕິບັດຕາມຄຳໝັ້ນສັນຍາອັນສຳຄັນທີ່ຈະໃຫ້ວັກຊີນຈີນກາຍເປັນຜະລິດຕະພັນສາທາລະນະຂອງໂລກ, ໂດຍໄດ້ສະໜອງວັກຊີນໂຄວິດ-19 ຫລາຍກວ່າ 1,25 ຕື້ຫລອດໃຫ້ແກ່ທົ່ວໂລກ, ໝົດປີນີ້ຈະສະໜອງວັກຊີນທັງໝົດ 2 ຕື້ຫລອດໃຫ້ແກ່ປະເທດຕ່າງໆ, ນອກຈາກຊ່ວຍເຫລືອເງິນ 100 ລ້ານໂດລາໃຫ້ແກ່ແຜນດຳເນີນງານວັກຊີນໂຄວິດ-19 ແລ້ວ, ຍັງຈະສະໜອງວັກຊີນ 100 ລ້ານຫລອດແບບໃຫ້ລ້າໆແກ່ປະເທດພວມພັດທະນາພາຍໃນປີນີ້, ເພື່ອປະກອບສ່ວນອັນສຳຄັນເຂົ້າໃນການສ້າງພູມຕ້ານທານໃນການຕ້ານພະຍາດໂຄວິດ-19 ໃຫ້ກັບໂລກ.