ເລີ່ມ​ເຄື່ອນ​ໄຫວ​ລາດ​ຕະ​ເວນ​ຮ່ວມ​ຕາມ​​ລ້ອງແມ່​ນ້ຳ​ຂອງ​ລະ​ຫວ່າງ​ຈີນ ລາວ ມຽນ​ມາ​ແລະ​ໄທ​ຄັ້ງ​ທີ 109

CRI, September 26, 2021
Size:

ວັນທີ 21 ກັນຍານີ້ ຫ້ອງການຖະແຫຼງຂ່າວພະແນກປ້ອງກັນຄວາມສະຫງົບແຂວງຢຸນນານຈີນໄດ້ແຈ້ງໃຫ້ຮູ້ວ່າ: ໃນເວລາ 8 ໂມງເຊົ້າມື້ດຽວກັນ, ເຮືອປະຕິບັດກົດໝາຍຂອງຈີນ 3 ລຳໄດ້ບີບແກສົ່ງສັນຍານໃຫ້ເຮືອແລ່ນອອກຈາກທ່າກວ່ນເຫຼີຍກິ່ງແຂວງສິບສອງພັ່ນນາ, ເພື່ອປະຕິບັດກົດໝາຍແລະລາດຕະເວນຮ່ວມຕາມລ້ອງແມ່ນ້ຳຂອງລະຫວ່າງຈີນ ລາວ ມຽນມາແລະໄທຄັ້ງທີ 109 ເຊິ່ງຈະດຳເນີນໄປເປັນເວລາ 4 ວັນ 3 ຄືນ.

ຂ່າວແຈ້ງວ່າ, ຈີນ ລາວ ມຽນມາແລະໄທໄດ້ສົ່ງເຮືອປະຕິບັດກົດໝາຍ 5 ລຳເພື່ອເຂົ້າຮ່ວມ ການເຄື່ອນໄຫວເທື່ອນີ້, ຝ່າຍຈີນໄດ້ແລ່ນເຮືອອອກຈາກທ່າກວ່ນເຫຼີຍຈີນ, ສ່ວນຝ່າຍລາວໄດ້ແລ່ນເຮືອອອກຈາກດ່ານເມືອງເມິງ, ບັນດາປະເທດຕ່າງກໍ່ໄດ້ລາດຕະເວນເປັນແຕ່ລະໄລຍະແລ້ວຈຶ່ງເຕົ້າໂຮມກັນເປັນກອງລາດຕະເວນຮ່ວມເພື່ອສືບຕໍ່ປະຕິບັດໜ້າທີ່ທີ່ກ່ຽວຂ້ອງ.