ທ່ານ​ສີ​ຈິ້ນ​ຜິງ​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​​ ທ່ານ​ຫງວຽນ​ຟູ​​ຈ້ອງ

CRI, September 26, 2021
Size:

ວັນທີ 24 ກັນຍານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນການພັກກອມມູນິດຈີນ, ປະທານປະເທດຈີນໄດ້ສົນທະນາທາງໂທລະສັບກັບທ່ານຫງວຽນຟູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.

ທ່ານສີຈິ້ນຜິງ ເນັ້ນໜັກວ່າ, ການປ້ອງກັນຄວາມໝັ້ນຄົງດ້ານການກຳອຳນາດຂອງພັກກອມມູນິດແລະຄວາມໝັ້ນຄົງຂອງລະບອບສັງຄົມນິຍົມແມ່ນຜົນປະໂຫຍດຍຸດພື້ນຖານທາງທະສາດຮ່ວມກັນລະຫວ່າງຈີນແລະຫວຽດນາມ. ຈີນເດັດດ່ຽວສະໜັບສະໜູນສະຫາຍເລຂາທິການໃຫຍ່ຫງວຽນຟູຈ້ອງນຳພາພັກແລະປະຊາຊົນຫວຽດນາມເດີນຕາມເສັ້ນທາງສັງຄົມນິຍົມທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນ, ບັນລຸເປົ້າໝາຍພັດທະນາທີ່ກອງປະຊຸມໃຫຍ່ຂອງພັກກອມມູນິດຫວຽດນາມຄັ້ງທີ 13 ກຳນົດໄວ້. ສອງຝ່າຍຄວນເລັ່ງລັດການພັດທະນາການເຊື່ອມຈອດກັນທາງດ້ານຍຸດທະສາດ, ສ້າງຈຸດພົ້ນເດັ່ນໃໝ່ໃນການຮ່ວມມືກັນ, ເຮັດໃຫ້ປະຊາຊົນທັງສອງປະເທດມີຄວາມຮູ້ສຶກວ່າໄດ້ຮັບຜົນປະໂຫຍດຫຼາຍກວ່ເກົ່າ. ຈີນເດັດດ່ຽວສະໜັບສະໜູນຫວຽດນາມເອົາຊະນະການແຜ່ລະບາດຂອງພະຍາດໂຄວິດ-19, ຊຸກຍູ້ໃຫ້ເສດຖະກິດສັງຄົມໄດ້ຮັບການພັດທະນາ.

ທ່ານ ຫງວຽນຟູຈ້ອງ ໄດ້ຕີລາຄາຢ່າງສູງຕໍ່ຜົນສຳເລັດອັນສຳຄັນທີ່ຈີນຍາດມາໄດ້ໃນຂົງເຂດຕ່າງໆ. ທ່ານກ່າວວ່າ: ຫວຽດນາມໃຫ້ຄວາມສຳຄັນຢ່າງສູງແລະຖືເອົາການຂະຫຍາຍການພົວພັນຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ ເປັນວຽກງານບູລິມະສິດອັນດັບໜຶ່ງແຕ່ຕົ້ນຕະຫຼອດປາຍ, ປະເທດຫວຽດນາມສະແດງຄວາມຂອບໃຈປະເທດຈີນທີ່ໄດ້ໃຫ້ການສະໜັບສະໜູນແລະການຊ່ວຍເຫຼືອອັນລ້ຳຄ່າແກ່ຫວຽດນາມໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ກໍຄືການຟື້ນຟູການພັດທະນາເສດຖະກິດສັງຄົມ. ພັກກອມມູນິດຫວຽດນາມຍິນດີເພີ່ມທະວີການແລກປ່ຽນຄວາມຄິດເຫັນກັບພັກກອມມູນິດຈີນ, ເພີ່ມຄວາມໄວ້ເນື້ອເຊື່ອໃຈກັນ, ລົງເລິກການຮ່ວມມື, ຊຸກຍູ້ພາລະກິດການພັດທະນາສັງຄົມນິຍົມແລະການຫຂະຫຍາຍການພົວພັນລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ, ຮ່ວມກັນຊຸກຍູ້ສັນຕິພາບແລະສະຖຽນລະພາບຂອງພາກພື້ນກໍຄືຂອງໂລກ.