ໃນວັນທີ 20 ກັນຍານີ້, ທະນາຄານກາງມຽນມາໄດ້ປ້ອນເງິນອີກ 15 ລ້ານໂດລາສະຫະລັດເຂົ້າຕະຫຼາດເພື່ອເຮັດໃຫ້ອັດຕາແລກປ່ຽນມີຄວາມໝັ້ນທ່ຽງ, ເຊິ່ງປັດຈຸບັນອັດຕາແລກປ່ຽນແມ່ນ 1.750 ຈາດຕໍ່ 1 ໂດລາ. ມາຮອດປັດຈຸບັນ, ທະນາຄານກາງມຽນມາໄດ້ປ້ອນເງິນເຂົ້າຕະຫຼາດແລ້ວ 34 ເທື່ອ ເປັນວົງເງິນ 159,8 ລ້ານໂດລານັບແຕ່ຕົ້ນປີນີ້ເປັນຕົ້ນມາ, ໃນນັ້ນ ແຕ່ເດືອນກັນຍາເປັນຕົ້ນມາໄດ້ປ້ອນເງິນເຂົ້າຕະຫຼາດແລ້ວ 3 ເທື່ອ ເປັນເງິນທັງໝົດ 38 ລ້ານໂດລາ.
ແຕ່ເດືອນກຸມພາປີນີ້ເປັນຕົ້ນມາ,ອັດຕາແລກປ່ຽນລະຫວ່າງເງິນຈາດກັບໂດລາສະຫະລັດ ໄດ້ອ່ອນຄ່າລົງລຽນຕິດນັບແຕ່ລະດັບ 1.330 ຈາດຕໍ່ 1 ໂດລາ, ເຖິງວ່າທະນາຄານກາງມຽນມາໄດ້ປ້ອນເງິນເຂົ້າຕະຫຼາດແລ້ວ 30 ກວ່າເທື່ອເປັນເງິນຫຼາຍກວ່າ 150 ລ້ານໂດລາ ເພື່ອໃຫ້ອັດຕາແລກປ່ຽນມີຄວາມໝັ້ນທ່ຽງ, ແຕ່ກໍ່ຍັງບໍ່ສາມາດສະກັດກັ້ນທ່ວງທ່າທີ່ເງິນຈາດອ່ອນຄ່າໄດ້. ມາຮອດກາງເດືອນກັນຍານີ້, ອັດຕາແລກປ່ຽນເງິນຈາດຕໍ່ໂດລາໃນຕະຫຼາດມຽນມາແມ່ນຕ່ຳກວ່າ 2.000 ຈາດຕໍ່ 1 ໂດລາ, ໃນໄລຍະນີ້ ເຄີຍມີສະຖິຕິທີ່ຄ່າເງິນອ່ອນຄ່າທີ່ສຸດໃນປະຫວັດສາດຫຼາຍເທື່ອ. ພ້ອມກັນນັ້ນ ອັດຕາແລກປ່ຽນເງິນຕາທີ່ປະກາດໂດຍທະນາຄານກາງມຽນມາ ແລະ ອັດຕາແລກປ່ຽນເງິນຕາໃນຕະຫຼາດ ກໍມີຄວາມແຕກໂຕນກັນຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງ.