ຈີນ-ອາ​ຊຽນ​ເປັນ​ຄູ່​ສົນ​ທະ​ນາ​ກັນ 30 ປີ ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຮ່ວມ​ມື​ທີ່​ແໜ້ນ​ແຟ້ນ​ທີ່​ສຸດ

CRI, September 24, 2021
Size:

ວັນທີ 15 ກັນຍານີ້ ທ່ານຫວາງອີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ສຳເລັດການຢ້ຽມຢາມສີ່ປະເທດອ້ອມຂ້າງຂອງຈີນ ເຊິ່ງການຢ້ຽມຢາມຢູ່ຫວຽດນາມ, ກຳປູເຈຍແລະສິງກະໂປໄດ້ຮັບຄວາມສົນໃຈຢ່າງສູງຈາກພາຍນອກ. ເບິ່ງຈາກດ້ານການລົງເລິກຄວາມໄວ້ເນື້ອເຊື່ອໃຈທາງການເມືອງ, ເພີ່ມທະວີການຮ່ວມມືໃນດ້ານການຕ້ານກັບພະຍາດໂຄວິດແລະເສດຖະກິດແລ້ວ, ການຢ້ຽມຢາມຄັ້ງນີ້ໄດ້ສະແດງໃຫ້ເຫັນວ່າ ການຮ່ວມມືລະຫວ່າງຈີນກັບບັນດາປະເທດອາຊຽນມີຄວາມໜຽວແໜ້ນທີ່ສຸດ, ສາມາດທົນຕໍ່ການລົບກວນແລະການທຳລາຍຈາກອິດທິກຳລັງພາຍນອກໄດ້ເປັນຢ່າງດີ ແລະທັງສາມາດປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງພາກພື້ນໄດ້.

ມີສື່ຝ່າຍຕາເວັນຕົກລາຍງານວ່າ, ໃນຫຼາຍປີມໍ່ໆມານີ້ ອາເມລິກາໄດ້ຫັນຈຸດໜັກຍຸດທະສາດໄປສູ່ເຂດອາຊີປາຊິຟິກ, ແລະສະແດງໃຫ້ເຫັນເຈດຕະນາທີ່ຢາກກະກັດກັ້ນການພັດທະນາຂອງຈີນ. ຫວ່າງກ່ອນນີ້ບໍ່ດົນ, ທ່ານອົສຕິນ ລັດຖະມົນຕີກະຊວງປ້ອງກັນປະເທດ  ແລະ ທ່ານນາງຮາຣິສ ຮອງປະທານາທິບໍດີອາເມລິກາໄດ້ໄດ້ປຸກປັ່ນຄຳວ່າ ຈີນເປັນໄພຂົ່ມຂູ່ ຫຼາຍເທື່ອໃນໄລຍະຢ້ຽມຢາມຢູ່ສິງປະໂປແລະຫວຽດນາມ. ໂດຍຢູ່ເບື້ອງຫຼັງດັ່ງກ່າວ, ລັດຖະມົນຕີກະຊວງການຕ່າງປະເທດຈີນຢ້ຽມຢາມສາມປະເທດອາຊຽນ ໃນໂອກາດນີ້ ແມ່ນເພື່ອດຳເນີນການແຂ່ງຂັນທາງການເມືອງກັບອາເມລິກາ.

ແຕ່ທັດສະນະດັ່ງກ່າວເປັນຄວາມເຂົ້າໃຈຜິດຂອງສື່ຕ່າງປະເທດເທົ່ານັ້ນ ເຊິ່ງເປັນການເບິ່ງບັນຫາດ້ວຍສາຍຕາສົງຄາມເຢັນ, ຖ້າວ່າເບິ່ງບັນຫາຄືແນວນີ້ ກໍ່ບໍ່ສາມາດເຂົ້າໃຈເນື້ອຫາແທ້ຈິງຂອງການພົວພັນລະຫວ່າງຈີນກັບບັນດາປະເທດອາຊີຕາເວັນອອກສຽງໃຕ້ທີ່ມີລະດັບຍົກສູງຂຶ້ນເລື້ອຍໆ. ປີນີ້ແມ່ນການຄົບຮອບ 30 ປີແຫ່ງການສ້າງເປັນຄູ່ສົນທະນາລະຫວ່າງຈີນກັບອາຊຽນ. ສຳລັບທັງສອງຝ່າຍຂອງຈີນແລະອາຊຽນແລ້ວ ປີນີ້ເປັນປີໜຶ່ງທີ່ພິເສດຫຼາຍ ສະນັ້ນ ລັດຖະມົນຕີການຕ່າງປະເທດຈີນໄປຢ້ຽມຢາມສາມປະເທດອາຊຽນແມ່ນສະແດງໃຫ້ຄົນທັງຫຼາຍໄດ້ເຫັນເຖິງຄວາມຈິງໃຈຂອງຈີນໃນການຮ່ວມມືກັນກັບບັນດາປະເທດອາຊີຕາເວັນອອກສຽງໃຕ້ເພື່ອຕ້ານກັບພະຍາດໂຄວິດ-19 ແລະລົງເລິກການຮ່ວມມືແທ້ຈິງໃນຂົງເຂດຕ່າງໆ.

ໃນຕົວຈິງແລ້ວ, ນັບແຕ່ເກີດພະຍາດໂຄວິດ-19 ເປັນຕົ້ນມາ ຈີນກັບບັນດາປະເທດອາຊີຕາເວັນອອກສຽງໃຕ້ຕ່າງໄດ້ຊ່ວຍເຫຼືອເຊິ່ງກັນແລະກັນຕະຫຼອດມາ ແລະຮ່ວມກັນຜ່ານຜ່າຄວາມຍຸກຍາກ. ເຊິ່ງນັບມາຮອດປະຈຸບັນ ຈີນໄດ້ມອບວັກຊິນປ້ອງກັນໂຄວິດ-19 ໃຫ້ບັນດາປະເທດອາຊຽນເຖິງ 100 ລ້ານກວ່າໂດສແລ້ວ. ຢູ່ຕໍ່ໜ້າເຊື້ອພະຍາດໂຄວິດ-19 ສາຍພັນໃໝ່ກຳລັງແຜ່ຂະຫຍາຍຢູ່ເຂດອາຊີຕາເວັນອອກສຽງໃຕ້, ຈີນຈະບໍລິຈາກວັກຊິນອີກ 3 ລ້ານໂດສໃຫ້ຫວຽດນາມ, ແບ່ງປັນບົດຮຽນປິ່ນປົວກັບວິຊາການຫວຽດນາມ, ແລະຈະສືບຕໍ່ສະໜອງວັກຊິນແລະອຸປະກອນຕ້ານພະຍາດຕ່າງໆໃຫ້ກຳປູເຈຍ ຈົນເຖິງທີ່ສຸດທີ່ເອົາຊະນະພະຍາດຮ້າຍແຮງໃນຄັ້ງນີ້. ສະນັ້ນ ທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍຈິ່ງກ່າວໃນຫວ່າງມໍ່ໆນີວ່າ: ພາຍໃຕ້ການຊ່ວຍເຫຼືອຂອງເພື່ອນຈີນ, ກຳປູເຈຍຈະກໍ່ກຳແພງຕ້ານເຊື້ອພະຍາດເປັນໝູ່ຄະນະຂຶ້ນໃນໄວໆນີ້.

ຄົນທັງຫຼາຍອາດຈະໄດ້ສັງເກດເຫັນວ່າ ເຖິງວ່າເສດຖະກິດທົ່ວໂລກເກີດມີປັດໄຈບໍ່ແນ່ນອນຫຼາຍຂຶ້ນຍ້ອນຖືກພະຍາດຮ້າຍກະທົບ, ແຕ່ການຮ່ວມມືດ້ານເສດຖະກິດລະຫວ່າງຈີນກັບອາຊຽນພັດມີຊີວິດຊີວາຄືເກົ່າ ເຊິ່ງໃນ 8 ເດືອນທຳອິດຂອງປີນີ້ ມູນຄ່າການຄ້າລະຫວ່າງຈີນ-ອາຊຽນໄດ້ເພີ່ມຂຶ້ນ 22,8%, ອາຊຽນຍັງແມ່ນຄູ່ການຄ້າໃຫຍ່ທີໜຶ່ງຂອງຈີນ. ໃນງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 18 ທີ່ຫາກໍ່ສິ້ນສຸດລົງໃນຫວ່າງກ່ອນນີ້ບໍ່ດົນ ໄດ້ມີການເຊັນສັນຍາໃນໂຄງການຮ່ວມມືພາຍໃນປະເທດແລະຕ່າງປະເທດທັງໝົດ 179 ໂຄງການໃນມູນຄ່າລົງທຶນຫຼາຍກວ່າ 300 ຕື້ຢວນ, ເພີ່ມຂຶ້ນຫຼາຍກວ່າຄັ້ງກ່ອນ 13,7%, ເປັນສະຖິຕິໃໝ່ໃນປະຫວັດສາດຂອງງານດັ່ງກ່າວ. ທັງໝົດນີ້ໄດ້ສະແດງວ່າຈີນກັບບັນດາປະເທດອາຊຽນແມ່ນມີທ່າແຮງຂອງຕົນເອງທີ່ສາມາດຕ່າງຊ່ວຍກັນໄດ້.

ໃນການຢ້ຽມຢາມຄັ້ງນີ້, ຈີນກັບບັນດາປະເທດອາຊີຕາເວັນອອກສຽງໃຕ້ຍັງໄດ້ຕັ້ງໜ້າວາງແຜນໃຫ້ການຮ່ວມມືດ້ານເສດຖະກິດລະຫວ່າງສອງຝ່າຍ, ສືບຕໍ່ຊຸກຍູ້ໃຫ້ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງເຊື່ອມຈອດກັບຍຸດທະສາດການພັດທນະຂອງປະເທດທີ່ກ່ຽວຂ້ອງ, ແລະໄດ້ກ້າວເຖິງຂັ້ນເປັນເອກະພາບກັນໃນການເຊັນສັນຍາຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນໂດຍໄວ. ເຊິ່ງທັງໝົດນີ້ມີຜົນດີຕໍ່ການສ້າງຜົນປະໂຫຍດຮ່ວມໃຫ້ຫູາຍເທົ່າທີ່ຈະຫຼາຍໄດ້ ແລະເປັນການປະກອບສ່ວນໃຫ້ແກ່ການຊຸກຍູ້ໃຫ້ເສດຖະກິດພາກພື້ນແລະທົ່ວໂລກເພີ່ມຂຶ້ນ.

ກ່ຽວກັບບັນຫາທະເລຈີນໃຕ້ທີ່ພາຍນອກໃຫ້ຄວາມສົນໃຈຢ່າງສູງ, ຈີນໄດ້ມີຄຳເຫັນຢ່າງຈະແຈ້ງຄືແນວນີ້ວ່າ, ຍິນດີຮ່ວມກັບບັນດາປະເທດອາຊຽນເລັ່ງລັດດຳເນີນການເຈລະຈາກ່ຽວກັບຫຼັກມາດຖານວ່າດ້ວຍການປະພຶດຢູ່ທະເລຈີນໃຕ້, ຫວັງວ່າກຳປູເຈຍສາມາດຮ່ວມກັບປະເທດອາຊຽນສຳເລັດການເຈລະຈາທີກ່ຽວຂ້ອງໃນປີໜ້າທີ່ເປັນປະເທດປະທານໝູນວຽນຂອງອາຊຽນ. ປະເທດທີ່ກ່ຽວຂ້ອງກໍ່ໄດ້ໃຫ້ການຕອບສະໜອງຢ່າງຕັ້ງໜ້າຕໍ່ບັນຫານີ້ ເຊິ່ງນີ້ສະແດງໃຫ້ເຫັນວ່າ ຈີນແລະບັນດາປະເທດອາຊບຽນມີຄວາມຍິນດີ ແລະມີຄວາມສາມາດໃນການເຮັດວຽກຂອງຕົນເອງໃຫ້ດີຂຶ້ນໄດ້.

ທີ່ຈິງແລ້ວ, ກ່ຽວກັບກໍລະນີທີ່ບາງປະເທດທີ່ຢູ່ນອກພາກພື້ນແຫ່ງນີ້ສ້າງເລື່ອງລາວຂຶ້ນເລື້ອຍໂດຍຖືບັນຫາທະເລຈີນໃຕ້ເປັນຂໍ້ອ້າງນັ້ນ , ບັນດາປະເທດອາຊຽນແມ່ນມີຄວາມຮັບຮູ້ເປັນເອກະພາບກັນມາກ່ອນແລ້ວຄື: ການທີ່ເບິ່ງການພົວພັນລະຫວ່າງປະເທດໃຫຍ່ນັ້ນຢ່າງຖືກຕ້ອງ, ຫຼີກເວັ້ນບໍ່ກາຍເປັນລູກມືຂອງອິດທິກຳລັງພາຍນອກ, ຈິ່ງເປັນການເລືອກທາງຍຸດທະສາດທີ່ຕິດແທດຕົວຈິງ ແລະສອດຄ່ອງກັບຜົນປະໂຫຍດຂອງພາກພື້ນ. ເຊັ່ນວ່າ ທ່ານຫງຽນຝູຈົ່ງ ເລຂາທິການໃຫຍ່ສູນກາງພັກກອມມູນິດຫວຽດນາມກ່າວເນັ້ນວ່າ, ບໍ່ວ່າຈະແມ່ນໃຜຜູ້ໃດກໍ່ບໍ່ສາມາດປ່ຽນແປງແລະເຮັດໃຫ້ຄວາມສາມັກຄີແລະການຮ່ວມມືລະຫວ່າງຫວຽດນາມກັບຈີນຫວັ່ນໄຫວຄອນແຄນ. ທ່ານວິວຽນ ບາວາຄຼິສນານ ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປກ່າວວ່າ, ໃນຖານະເປັນເພື່ອນທີ່ແໜ້ນແຟ້ນຂອງຈີນ, ສິງກະໂປຫວັງວ່າສອງປະເທດຈີນ-ອາເມລິກາສາມາດແກ້ໄຂການແຂ່ງຂັນກັນດ້ວຍວິທີສ້າງສັນ, ຄວບຄຸມສະຖານະການທີ່ເຄັ່ງຂັດນັ້ນໄວ້ ເພື່ອຮ່ວມກັບປະເທດຕ່າງໆໃນພາກພື້ນບັນລຸການໄດ້ຮັບຜົນປະໂຫຍດຮ່ວມກັນ.

ໃນຖານະເປັນເພື່ອນບ້ານທີ່ຍົກຍ້າຍບໍ່ໄດ້, ຈີນກັບບັນດາປະເທດອາຊຕາເວັນອອກໄດ້ປະກອບເປັນຄູ່ຮ່ວມຊາຕາກຳທີ່ມີຜົນປະໂຫຍດຜູກພັນກັນຢ່າງແໜ້ນແຟ້ນ. ສອງຝ່າຍຄວນແກ້ໄຂຄວາມຂັດແຍ້ງກັນຢ່າງມີສະຕິປັນຍາແລະລົງເລິການຮ່ວມມືບົນພື້ນຖານຕ່າງເຄົາລົບເຊິ່ງກັນແລະກັນ, ສະແຫວງຫາສິ່ງທີ່ຄືກັນ ສະຫງວນສິ່ງທີ່ຕ່າງກັນ.