ໄທ​ຈະ​​ຍົກ​ເລີກ “​ດຳ​ລັດພາ​ວະ​ສຸກ​ເສີນ” ແຕ່​ເດືອນ​ຕຸ​ລາ​ໜ້​າ​ນີ້​ເປັນ​ຕົ້ນ​ໄປ

CRI, September 23, 2021
Size:

ວັນທີ 21 ກັນຍານີ້, ທ່ານປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທໄດ້ເປັນປະທານຈັດກອງປະຊຸມຄະນະລັດຖະບານໄທ ແລະ ຜ່ານມະຕິສະບັບໜຶ່ງໂດຍໄດ້ລະບຸວ່າ: ໄທຈະຍົກເລີກການປະຕິບັດ “ດຳລັດພາວະສຸກເສີນ” ແຕ່ເດືອນຕຸລາໜ້ານີ້ເປັນຕົ້ນໄປ ແລະ ຈະແທນດ້ວຍ “ກົດໝາຍວ່າດ້ວຍພະຍາດຕິດແປດ” ສະບັບປັບປຸງໃໝ່ ເພື່ອປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19.

ເພື່ອປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງບັງເກີດຜົນ, ລັດຖະບານໄທໄດ້ປະຕິບັດ “ດຳລັດພາວະສຸກເສີນ” ແລະ ແກ່ຍາວເວລາການປະຕິບັດກົດໝາຍສະບັບນີ້ 13 ເທື່ອ, ເທື່ອສຸດທ້າຍໄດ້ແກ່ຍາວໄປຈົນເຖິງວັນທີ 30 ກັນຍານີ້. ການຍົກເລີກການປະຕິບັດ “ດຳລັດພາວະສຸກເສີນ” ໝາຍຄວາມວ່າ: ສູນບໍລິຫານສະຖານະການແຜ່ລະບາດຂອງພະຍາດໂຄວິດ-19 ຂອງລັດຖະບານໄທ ທີ່ສ້າງຂຶ້ນຕາມດຳລັດດັ່ງກ່າວ ກໍຈະຖືກຍຸບໄປພ້ອມກັນ.

ຕາມຂ່າວແຈ້ງວ່າ: “ກົດໝາຍວ່າດ້ວຍພະຍາດຕິດແປດ” ທີ່ເຂົ້າມາແທນ “ດຳລັດພາວະສຸກເສີນ” ຈະມີມາດຕາກ່ຽວກັບ “ພາວະສຸກເສີນດ້ານສາທາລະນະສຸກ”.