ຈຳ​ນວນ​ຄົນ​ສັກ​ວັກ​ຊີນ​ໂຄວິດ-19 ເຂັມ​ທີ​ໜຶ່ງ​ຂອງ​ໄທ​ຈະ​ກວມ​ປະ​ຊາ​ກອນ​ທົ່ວ​ປະ​ເທດ 50% ກ່ອນ​ທ້າຍ​ເດືອນ​ຕຸ​ລາ​ໜ້າ​ນີ້

CRI, September 22, 2021
Size:

ວັນທີ 18 ກັນຍານີ້, ຫົວໜ້າກົມປ້ອງກັນພະຍາດກະຊວງສາທາລະນະສຸໄທກ່າວວ່າ: ປັດຈຸບັນ, ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໄທ ໄດ້ດີຂຶ້ນໜ້ອຍໜຶ່ງ, ແຕ່ກໍບໍ່ໄດ້ຜ່ອນຜັນມາດຕະການປ້ອງກັນພະຍາດຕ່າງໆໂດຍຍັງປະຕິບັດຢ່າງເຂັ້ມງວດຄືເກົ່າ.

ນັບມາຮອດປັດຈຸບັນນີ້, ທົ່ວປະເທດໄທໄດ້ສັກວັກຊີນໂຄວິດ-19 43.342.103 ຫຼອດ, ໃນນັ້ນ ຜູ້ທີ່ໄດ້ສັກວັກຊີນເຂັມທີໜຶ່ງມີ 28.436.015 ຄົນ, ຜູ້ທີ່ໄດ້ສຳເລັດການສັກວັກຊີນສອງເຂັມມີ 14.285.995 ຄົນ, ນອກນີ້, ຍັງມີປະຊາຊົນຈຳນວນໜຶ່ງໄດ້ສັກວັກຊີນເຂັມທີ່ສາມ.

ເປົ້າໝາຍຂອງກະຊວງສາທາລະນະສຸໄທຄື: ກ່ອນທ້າຍເດືອນຕຸລາປີນີ້, ຈະຍົກສູງອັດຕາການສັກວັກຊີນເຂັມທີໜຶ່ງໃຫ້ໄດ້ເຖິງ 50% ຂອງຈຳນວນປະສາກອນທົ່ວປະເທດໄທ. ນັບແຕ່ວັນທີ 24 ກັນຍານີ້ເປັນຕົ້ນໄປ, ມີແຜນຈະສັກວັກຊີນ 1 ລ້ານຫຼອດຕໍ່ມື້ ແລະເລີ່ມສົ່ງເສີມໃຫ້ສັກວັກຊີນເຂັມທີສາມ.