ງານວາງສະແດງສິນຄ້າຂະແໜງການທ່ອງທ່ຽວສາກົນກວາງຕຸ້ງ ໄດ້ອັດລົງຢ່າງສໍາເລັດຜົນ ຜະລິດຕະພັນດ້ານການທ່ອງທ່ຽວຂອງປະເທດລາວໄດ້ເຂົ້າສູ່ຕະຫຼາດຈີນເປັນຄັ້ງທໍາອິດ

lmcchina.org, September 19, 2021
Size:

ງານວາງສະແດງສິນຄ້າຂະແໜງການທ່ອງທ່ຽວສາກົນກວາງຕຸ້ງ ປີ 2021 ໄດ້ຈັດຂຶ້ນທີ່ນະຄອນກວາງໂຈ່ວ ໃນວັນທີ 10 ຫາ 12 ກັນຍາ ທີ່ຜ່ານມາ, ເຊິ່ງມີອົງການການທ່ອງທ່ຽວ ແລະ ວິສາຫະກິດຂະແໜງການທ່ອງທ່ຽວ ແລະ ວັດທະນະທໍາ ທີ່ມາຈາກ 30 ກວ່າປະເທດ ແລະພາກພື້ນໃນທົ່ວໂລກ, ພ້ອມນັ້ນຍັງມີ 10 ກວ່າແຂວງ, ນະຄອນ ແລະ ເຂດປົກຄອງຕົນເອງພາຍໃນປະເທດຈີນເຂົ້າຮ່ວມ.

ງານວາງສະແດງສິນຄ້າການທ່ອງທ່ຽວໃນຄັ້ງນີ້ ໄດ້ປິ່ນອ້ອມ 3 ເນື້ອໃນສຳຄັນ ຄື: “ການບໍລິໂພກຜະລິດຕະພັນ ຫຼື ການບໍລິການທາງດ້ານວັດທະນະທໍາ ແລະ ການທ່ອງທ່ຽວ”, ການເຊື່ອມໂຍງດ້ານວັດທະນະທໍາ ແລະ ການທ່ອງທ່ຽວ”, “ວັດທະນະທໍາ ແລະ ການທ່ອງທ່ຽວແບບດີຈີຕອນ”, ເຊິ່ງໄດ້ອອກແບບເປັນ 10 ເຂດວາງສະແດງທີ່ມີຫົວຂໍ້ສະເພາະ. ສໍາລັບເຂດວາງສະແດງຂອງບັນດາປະເທດອາຊີອາຄະເນໃນປີນີ້ ແມ່ນມີຄວາມໜ້າສົນໃຈເປັນພິເສດ, ຍົກຕົວຢ່າງເຊັ່ນ ຫໍວາງສະແດງຜະລິດຕະພັນຂອງລາວເປີດຕົວເປັນຄັ້ງທໍາອິດໃນງານວາງສະແດງຄັ້ງນີ້ດ້ວຍຮູບແບບຄ້າຂາຍໄດ້.

ໃນມື້ເປີດງານວາງສະແດງ, ທ່ານ ນາງ ວັນເພັງ ສາຍຊົມພູ (Vanhpheng SAISOMPHOU), ກົງສຸນໃຫຍ່ສະຖານກົງສຸນ ສປປ ລາວ ປະຈໍາ ກວາງໂຈ່ວ ໄດ້ມາຢ້ຽມຊົມສະຖານທີ່ວາງສະແດງ ເພື່ອໃຫ້ກຳລັງໃຈ ແລະ ຊ່ວຍສົ່ງເສີມຜະລິດຕະພັນຂອງລາວ. ໃນຫໍວາງສະແດງຂອງລາວ, ທ່ານນາງ ວັນເພັງ ໄດ້ກ່າວວ່າ ການເຂົ້າຮ່ວມງານວາງສະແດງສິນຄ້າໃນເທື່ອນີ້ມີຄວາມໝາຍອັນພິເສດ ໂດຍສະເພາະແມ່ນ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 60 ປີ ກໍຄື ເສັ້ນທາງລົດໄຟລາວ-ຈີນກຳລັງໃກ້ຈະເປີດບໍລິການນໍາໃຊ້ຢ່າງເປັນທາງການໃນປີນີ້,  ເຊື່ອໝັ້ນວ່າການເຂົ້າວາງສະແດງສິນຄ້າໃນຄັ້ງນີ້ ບໍ່ພຽງແຕ່ອໍານວຍໂອກາດຫຼາຍກວ່າເກົ່າໃຫ້ແກ່ປະເທດລາວເພື່ອຊອກຮູ້ຮໍ່າຮຽນປະສົບການຈາກປະເທດຈີນເທົ່ານັ້ນ, ແຕ່ຍັງສາມາດເຮັດໃຫ້ບຸກຄະລາກອນຂອງລາວໄດ້ຮຽນຮູ້ເຕັກນິກວິຊາການຕ່າງໆໄດ້ຫຼາຍຂຶ້ນກວ່າເກົ່າ, ຈະເປັນການນໍາເອົາຄວາມຜາສຸກມາສູ່ປະຊາຊົນສອງຊາດ ແລະ ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ-ຈີນ. ທ່ານກ່າວວ່າ, ວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ຕິດພັນກັບການໄປມາຫາສູ່ກັນລະຫວ່າງປະຊາຊົນຢ່າງສະໜິດແໜ້ນ ໂດຍມີຄວາມຫວັງວ່າສອງຝ່າຍຈະນໍາໃຊ້ເຄື່ອງມືທາງອິນເຕີເນັດ ແລະ ເຕັກນິກວີດີໂອຕ່າງໆໃຫ້ດີ ເພື່ອເລົ່າເລື່ອງລາວກ່ຽວກັບປະເທດລາວ ແລະ ປະເທດຈີນໃຫ້ທົ່ວໂລກຟັງຢ່າງຕັ້ງໜ້າ. ຜ່ານພຶດຕິກໍາຕົວຈິງແຫ່ງການສ້າງຄູ່ຮ່ວມຊາຕາກໍາທີ່ສອງປະເທດພ້ອມກັນສ້າງຂຶ້ນໃນຍຸກໃໝ່ນີ້ ເຊື່ອໝັ້ນວ່າມິດຕະພາບລະຫວ່າງ ລາວ-ຈີນ ທີ່ສືບທອດມາແຕ່ບູຮານນະການນັ້ນ ຍ່ອມຈະມີບົດເລົ່າ ແລະ ເລື່ອງລາວໃໝ່ໆທີ່ຈົບງາມຫຼາຍຍິ່ງຂຶ້ນ.

ທ່ານ ຫຼີຊຸນເລີຍ (Li Chunlei), ຜູ້ຮັບຜິດຊອບການຈັດຕັ້ງຫໍວາງສະແດງລາວຂອງຝ່າຍຈີນໃນງານວາງສະແດງສິນຄ້າຄັ້ງນີ້ໄດ້ກ່າວວ່າ ພາຍໃຕ້ການມອບໝາຍຂອງສະຖານກົງສຸຸນໃຫຍ່ ສປປ ລາວ ປະຈໍາກວາງໂຈ່ວ ໂດຍຜ່ານຮູບແບບການບໍລິການແບບອາສາສະໝັກສາກົນ, ອົງການຕ່າງໆໃນເຂດແຄວ້ນກວາງຕຸ້ງ-ຮົງກົງ-ມາກາວຂອງບໍລິສັດ ກໍໄດ້ເຂົ້າຮ່ວມການອອກແບບ ແລະ ການຫຸ້ມຫໍ່ຂອງຜະລິດຕະພັນລາວຢ່າງຕັ້ງໜ້າ, ສ່ວນບັນດາວິສະວະກອນດ້ານອາຫານ ແລະ ພະນັກງານເຕັກນິກຂອງທັງສອງປະເທດຕ່າງກໍໄດ້ອອກແບບພັດທະນາຂະບວນການຄ້າຂາຍຄົບທຸກຂັ້ນຕອນດ້ວຍຄວາມຈິງໃຈ ໂດຍໄດ້ນໍາເອົາຜະລິດຕະພັນກາເຟລາວທີ່ມີຄຸນນະພາບດີ, ເສັ້ນເຝີລາວ, ເຂົ້າປຸ້ນເສັ້ນນ້ອຍ ແລະ ຜະລິດຕະພັນອື່ນໆຂອງລາວ ນໍາສະເໜີໃຫ້ແກ່ປະຊາຊົນຈີນ ໂດຍມີຄວາມຫວັງວ່າ ຜະລິດຕະພັນກະສິກໍາທີ່ມີຄຸນນະພາບດີ ແລະ ມີລາຄາເປັນກັນເອງຂອງລາວຈະສາມາດເຂົ້າໃນຄອບຄົວທົ່ວໄປຂອງຈີນໄດ້ໂດຍໄວ.