ທ່ານ ຈ້າວລີ້ຈ່ຽນ: ກອງປະຊຸມສຸດຍອດຜູ້ນໍາກ່ຽວກັບການຮ່ວມມືທາງດ້ານເສດຖະກິດອະນຸພາກພື້ນແມ່ນໍ້າຂອງຄັ້ງທີ 7 ໄດ້ປະສົບຜົນສໍາເລັດອັນຈົບງາມ

lmcchina.org, September 19, 2021
Size:

ໃນກອງປະຊຸມຖະແຫຼງຂ່າວປະຈໍາຂອງກະຊວງການຕ່າງປະເທດຈີນ ທີ່ຈັດຂຶ້ນໃນວັນທີ 9 ກັນຍາ ນັ້ນ, ທ່ານ ຈ້າວລີ້ຈ່ຽນ ໄດ້ເນັ້ນໜັກວ່າ ກອງປະຊຸມສຸດຍອດຜູ້ນໍາກ່ຽວກັບການຮ່ວມມືທາງດ້ານເສດຖະກິດອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 7 ໄດ້ຈັດຂຶ້ນທ່າມກາງສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ມີການຂຶ້ນຂຶ້ນລົງລົງ ແລະ ກັບໄປກັບມາເລື້ອຍໆ, ສະຖານະການຂອງພາກພື້ນ ແລະ ສາກົນກໍມີຄວາມສະຫຼັບສັບຊ້ອນ, ການຟື້ນຟູຂອງເສດຖະກິດໂລກຕົກຢູ່ໃນສະພາບຖົດຖອຍ, ກອງປະຊຸມໃນຄັ້ງນີ້ ມີທ່ານນາຍົກລັດຖະ ມົນຕີ ຫຼີເຄີ້ສຽງ ແລະ ບັນດາຜູ້ນໍາຈາກ 5 ປະເທດແມ່ນໍ້າຂອງ, ຜູ້ອໍານວຍການທະນາຄານພັດທະນາອາຊີເຂົ້າຮ່ວມ, ເຊິ່ງແຕ່ລະຝ່າຍໄດ້ຊຸກຍູ້ເຮັດໃຫ້ກອງປະຊຸມຄັ້ງນີ້ໄດ້ປະສົບຜົນສໍາເລັດອັນຈົບງາມ.

ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນໃຫ້ເຂົ້າສູ່ສະພາບການໃໝ່. ຜູ້ນໍາຈາກ 6 ປະເທດໄດ້ຮັບຮູ້ເປັນເອກະພາບກັນວ່າ ຕ້ອງຖະນຸຖະໜອມສະພາບການພັດທະນາອັນດີງາມຂອງອະນຸພາກພື້ນ, ຍຶດໝັ້ນການຢູ່ຮ່ວມກັນໂດຍສັນຕິ, ຄຳນຶງເຖິງບັນຫາທີ່ຕິດພັນກັບຜົນປະໂຫຍດອັນໃຫຍ່ຫຼວງຂອງກັນແລະກັນ, ປົກປ້ອງຜົນປະໂຫຍດຮ່ວມກັນຂອງບັນດາປະເທດໃນອະນຸພາກພື້ນ, ພ້ອມກັນກໍ່ສ້າງປະຊາຄົມຮ່ວມຊາຕາກໍາຂອງອະນຸພາກພື້ນແມ່ນໍ້າຂອງ. ຕ້ອງເສີມຂະຫຍາຍລັດທິຫຼາຍຝ່າຍ, ສົ່ງເສີມໃຫ້ມີການເປີດປະຕູ ແລະ ເອື້ອອຳນວຍເຊິ່ງກັນແລະກັນ, ຕັ້ງໜ້າຊຸກຍູ້ເຮັດໃຫ້ການຮ່ວມມືທາງດ້ານເສດຖະກິດອະນຸພາກພື້ນແມ່ນໍ້າຂອງປະສານກົມກຽວ ແລະພັດທະນາໄປພ້ອມກັບການກໍ່ສ້າງ ໜຶ່ງແລວ  ໜຶ່ງເສັ້ນທາງ, ການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ກໍຄືກົນໄກອື່ນໆ.

ວາງມາດຕະການໃໝ່ ກ່ຽວກັບການຮ່ວມມືປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19. 6 ປະເທດຈະເຄົາລົບ ແລະ ປະຕິບັດຕາມກົດເກນວິທະຍາສາດ, ຕັ້ງໜ້າດໍາເນີນການຮ່ວມມືປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການຮ່ວມມືດ້ານວັກຊີນ, ຍົກລະດັບຂີດຄວາມສາມາດຂອງແຕ່ລະປະເທດໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ປົກປ້ອງກຸ່ມຄົນດ້ອຍໂອກາດ ແລະ ຜູ້ທີ່ທຸກຍາກລໍາບາກ, ປົກປັກຮັກສາສຸຂະພາບຂອງປະຊາຊົນ. ຝ່າຍຈີນຈະສືບຕໍ່ສະໜອງວັກຊີນ ແລະ ໃຫ້ການຊ່ວຍ ເຫຼືອທາງດ້ານອຸປະກອນການແພດໃຫ້ແກ່ບັນດາປະເທດແມ່ນໍ້າຂອງ ຕາມຄວາມສາມາດຂອງຕົນ, ຮ່ວມກັນຈັດຕັ້ງການຮ່ວມມືໃນການຕິດຕາມວັດແທກການແຜ່ລະບາດຂອງພະ ຍາດໂຄວິດ-19, ການຮ່ວມມືດ້ານການແພດຢາພື້ນເມືອງ, ການຮ່ວມມືປ້ອງກັນພະຍາດຕິດຕໍ່ ແລະ ການຮ່ວມມືອື່ນໆເປັນຕົ້ນ.

ກຳນົດແຜນການໃໝ່ກ່ຽວກັບການພັດທະນາ. 6 ປະເທດຈະດໍາເນີນການຮ່ວມມືຢ່າງກວ້າງຂວາງໃນຂົງເຂດຕ່າງໆ, ເຊັ່ນ: ດ້ານຄົມມະນາຄົມ, ພະລັງງານ, ກະສິກໍາ, ການ ທ່ອງທ່ຽວ, ສະພາບອາກາດ, ສິ່ງແວດລ້ອມ, ການພັດທະນາຕົວເມືຶອງ, ການອຳນວຍຄວາມສະດວກດ້ານການຄ້າ ແລະອື່ນໆ ເປັນຕົ້ນ. ຝ່າຍຈີນຍິນດີຮ່ວມກັບທຸກຝ່າຍ ເສີມຂະຫຍາຍບົດບາດຊຸກຍູ້ການພັດທະນາ ແລະການເປັນຕົວແບບຂອງໂຄງການເສັ້ນທາງລົດໄຟ ຈີນ-ລາວ ທີ່ໃກ້ຈະເປີດນໍາໃຊ້ໃນບໍ່ດົນຕໍ່ໜ້ານີ້, ຮ່ວມກັນສ້າງ ແລວທາງການຄ້າສາກົນທາງບົກ ແລະ ທາງທະເລໃໝ່, ລົງເລິກການຮ່ວມມືດ້ານຜະລິດຕະພັນກະສິກໍາ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ການຄ້າຊາຍແດນ, ການຄ້າເອເລັກໂຕນິກຂ້າມຊາຍແດນ, ເລັ່ງລັດການກໍ່ສ້າງລະບົບ 5G, ສາຍກາບໃຍສະຫວ່າງທາງບົກ ແລະ ພື້ນຖານໂຄງລ່າງດ້ານຖານຂໍ້ມູນຕ່າງໆ ເພື່ອຮ່ວມກັນກໍ່ສ້າງແລວທາງເສດຖະກິດທີ່ເຊື່ອມໂຍງກັນດ້ານຄົມມະນາຄົມ, ການຂົນສົ່ງໂລຈິສຕິກ, ທຸລະກິດການຄ້າ, ການຜະລິດ ແລະ ຂະແໜງການອື່ນໆຢ່າງເລິກເຊິ່ງ.

ຈີນ ແລະ ບັນດາປະເທດຢູ່ລ່ອງແມ່ນໍ້າຂອງມີທ່າແຮງການຮ່ວມມືທີ່ດີທີ່ສຸດ. ໃນໄລຍະເກືອບ 30 ປີທີ່ຜ່ານມາ, ຝ່າຍຈີນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສົ່ງເສີມຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ. ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫຼີເຄີ້ສຽງ ໄດ້ປະກາດວ່າ, ຝ່າຍຈີນຈະເປັນເຈົ້າພາບ ຈັດກອງປະຊຸມສຸດຍອດຜູ້ນໍາກ່ຽວກັບການຮ່ວມມືທາງດ້ານເສດຖະກິດອະນຸພາກພື້ນແມ່ນໍ້າຂອງຄັ້ງທີ 8 ໃນ 3 ປີ ຂ້າງໜ້າ.