ທະ​ນາ​ຄານ​ກາງ​ຂອງ​ມຽນ​ມາປ້ອນ​ເງິນ​ເຂົ້າຕະ​ຫຼາດ​ອີກ 8 ລ້ານ​ໂດ​ລາ​ສະ​ຫະ​ລັດ​ເພື່ອເຮັດ​ໃຫ້​ອັດ​ຕາແລກ​ປ່ຽນມີ​ຄວາມ​ດຸນ​ດ່ຽງ

CRI, September 18, 2021
Size:

ວັນທີ 15 ກັນຍານີ້ຕາມເວລາທ້ອງຖິ່ນ, ທະນາຄານກາງມຽນມາໄດ້ປ້ອນເງິນເຂົ້າຕະຫຼາດອີກ 8 ລ້ານໂດລາສະຫະລັດດ້ວຍອັດຕາແລກປ່ຽນເງິນທາງການ 1750 ຕໍ່ 1 ໂດລາ, ເພື່ອເຮັດໃຫ້ອັດຕາແລກປ່ຽນເງິນຕາຕ່າງປະເທດມີຄວາມໝັ້ນທ່ຽງ. ນັບແຕ່ຕົ້ນປີນີ້ຈົນຮອດປັດຈຸບັນ, ທະນາຄານກາງມຽນມາໄດ້ປ້ອນເງິນໂດລາເຂົ້າຕະຫຼາດແລ້ວ 33 ຄັ້ງ ລວມທັງໝົດເປັນເງິນ 144,8 ລ້ານໂດລາສະຫະລັດ. ນອກຈາກປ້ອນເງິນໂດລາເຂົ້າຕະຫຼາດແລກປ່ຽນເງິນຕາແລ້ວ, ທະນາຄານກາງມຽນມາຍັງຮຽກຮ້ອງໃຫ້ວິສາຫະກິດທີ່ເຮັດການຄ້າສົ່ງອອກ ນຳເອົາເງິນຕາຕ່າງປະເທດທີ່ຍັງບໍ່ທັນຕ້ອງການໃຊ້ພາຍໃນ 4 ເດືອນຕໍ່ໜ້ານັ້ນ ປ້ອນເຂົ້າຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ດ້ວຍຮູບແບບຂາຍອອກແລະອື່ນໆ.

ແຕ່ວ່າ, ການກະທຳຫຼາຍຢ່າງຂອງທະນາຄານກາງຍັງບໍ່ສາມາດສະກັດກັ້ນທ່ວງທ່າຄ່າເງິນຈາດອ່ອນຄ່າໄດ້, ປັດຈຸບັນ, ຄ່າເງິນຈາດໄດ້ອ່ອນຄ່າຫຼາຍຄື: ຫຼາຍກວ່າ 2000 ຈາດຕໍ່ 1 ໂດລາ, ເຊິ່ງເປັນລະດັບອ່ອນຄ່າທີ່ສຸດໃນປະຫວັດສາດອັດຕາແລກປ່ຽນເງິນຈາດ.