ສຳ​ເລັດ​ການ​ຈອດ​ລາງ​ລົດ​ໄ​ຟ​ໂດຍບໍ່​ເວັ້ນ​​ຊ່ອງຫວ່າງ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວ

CRI, September 18, 2021
Size:

ສຳເລັດການຈອດລາງລົດໄຟໂດຍບໍ່ເວັ້ນຊ່ອງຫວ່າງຂອງທາງລົດໄຟຈີນ-ລາວ_fororder_2021-09-18_104724

ວັນທີ 16 ກັນຍານີ້, ການຈອດລາງລົດໄຟທີ່ມີຄວາມຍາວທັງໝົດ 400 ກວ່າກິໂລແມັດໂດຍບໍ່ເວັ້ນຊ່ອງຫວ່າງລະຫວ່າງລາງຂອງທາງລົດໄຟຈີນ-ລາວ ໄດ້ເຮັດສຳເລັດໝົດແລ້ວ, ອັນໄດ້ສ້າງພື້ນຖານໃຫ້ແກ່ການບັນລຸເປົ້າໝາຍການເປີດບໍລິການເສັ້ນທາງລົດໄຟດັ່ງກ່າວໃນທ້າຍປີນີ້.

ກອງຈອດທີ່ຂຶ້ນກັບກອງປູລາງລົດໄຟຈີນ-ລາວ ໄດ້ເລີ່ມປະຕິບັດງານມາແຕ່ເດືອນພຶດສະພາປີ 2020 ເປັນຕົ້ນມາ, ໃຊ້ເວລາ 16 ເດືອນ ໂດຍຜ່ານອຸມົງ 75 ແຫ່ງ, ຂົວ 165 ແຫ່ງ ແລະສະຖານີລົດໄຟ 20 ແຫ່ງ, ຈຶ່ງໄດ້ເຮັດຫຼ້ອນໜ້າທີ່ການຈອດລາງຍາວ 500 ແມັດ ແລະ ການຈອດໂດຍບໍ່ເວັ້ນຊ່ອງຫວ່າງໃນຕະຫຼອດສາຍຢ່າງຈົບງາມ.

ປັດຈຸບັນ, ພວມດຳເນີນການກວດຮັບທາງລົດໄຟຈີນ-ລາວ, ສ່ວນໂຄງການທີ່ຍັງເຫຼືອ ແລະ ວຽກງານກະກຽມໃຫ້ແກ່ການເປີດບໍລິການນັ້ນ ມີຄວາມຄືບໜ້າ ແລະ ພວມກ້າວໄປສູ່ເປົ້າໝາຍເປີດບໍລິການໃນທ້າຍປີນີ້ຢ່າງໝັ້ນທ່ຽງ.