ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທີ່​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຂອງ​ໄທ​ໃນ​ເດືອນ​ສິງ​ຫາ​​ໄດ້ເພີ່ມ​ຂຶ້ນ​ເກືອບ7ໝື່ນ​ກໍ​ລະ​ນີ

CRI, September 17, 2021
Size:

ວັນທີ14 ກັນຍານີ້, ກະຊວງສາທາລະນະສຸກຂອງໄທໄດ້ປະກາດຕົວເລກຂໍ້ມູນກ່ຽວກັບ ຊາວໜຸ່ມເຍົາວະຊົນທີ່ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຂອງປະເທດຕົນທີ່ມີອາຍຸ 6-18 ປີນັບແຕ່ເດືອນເມສາຫາເດືອນກັນຍາ ໂດຍສະແດງໃຫ້ເຫັນວ່າ: ກຸ່ມຄົນເຫຼົ່ານີ້ໄດ້ມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ລວມທັງໝົດ 129.165 ກໍລະນີ, ພຽງແຕ່ເດືອນສິງຫາກໍ່ໄດ້ເພີ່ມຂຶ້ນ 69.628 ກໍລະນີ, ຈຳນວນຄົນເສຍຊີວິດລວມທັງໝົດມີ15ຄົນ.

ເຖິງວ່າຢູ່ປະເທດໄທບໍ່ທັນໄດ້ຟື້ນຟູການຮຽນ-ການສອນຄືນໃໝ່ຍ້ອນສະພາບພະຍາດໂຄວິດ-19 ກໍຕາມ, ແຕ່ຈຳນວນຊາວໜຸ່ມເຍົາວະຊົນທີ່ຕິດເຊື້ອໄວຣັດໂຄວິດ-19 ພັດຍັງເພີ່ມຂຶ້ນຢ່າງໄວວາ, ສາເຫດຕົ້ນຕໍແມ່ນຕິດແປດຈາກຄອບຄົວ. ມາຮອດວັນທີ 11 ກັນຍາຜ່ານມາ, ຢູ່ໄທ ມີຊາວໜຸ່ມເຍົາວະຊົນ 74.932 ຄົນໄດ້ສັກວັກຊີນເຂັມທີໜຶ່ງແລ້ວ, 3241 ຄົນສັກຄົບສອງເຂັມ.ກະຊວງສາທາລະນະສຸກຂອງໄທມີແຜນ ຈະເລີ່ມສັກວັກຊີນໃຫ້ນັກຮຽນມັດທະຍົມທົ່ວປະເທດແຕ່ເດືອນຕຸລາໜ້ານີ້ເປັນຕົ້ນໄປ.