ສະ​ພາບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່ຫລາຍ​ແຂວງ​ຂອງ​ມຽນ​​ມາ​ສືບ​ຕໍ່​ຜ່ອນ​ຄາຍ​ລົງ

CRI, September 17, 2021
Size:

    ກະຊວງສາທາລະນະສຸກມຽນມາໄດ້ແຈ້ງຂ່າວໃນຕອນແລງວັນທີ 14 ກັນຍານີ້ວ່າ, ໃນຕົວຢ່າງ 24822 ອັນທີ່ໄດ້ກວດແລ້ວໃນມື້ດຽວກັນ, ໄດ້ກວດພົບຜູ້ເປັນພະຍາດໂຄວິດ-19 2421 ກໍລະນີ, ອັນຕາການເປັນພະຍາດແມ່ນ 9,7%,  ຜູ້ເປັນພະຍາດໂຄວິດ-19 ທັງໝົດມີ 436.527 ກໍລະນີ, ຜູ້ເສຍຊີວິດເພີ່ມຂຶ້ນ 76 ຄົນ, ອັນຕາການເສຍຊີວິດມີເຖິງ 3,1%,  ຜູ້ເສຍຊີວິດທັງໝົດມີ 16.693 ຄົນ.

    ອີງຕາມການສະຖິຕິສະພາບການແຜ່ລະບາດຂອງພະຍາດໂຄວິດ-19ໃນລັດ-ແຂວງຕ່າງໆທີ່ປະກາດໂດຍກະຊວງສາທາລະນະສຸກມຽນມານັບແຕ່ຕົ້ນເດືອນກັນຍາເປັນຕົ້ນມາ, ໃນ 3 ລັດ-ແຂວງທີ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19ຮອບທີ 3ກ່ອນໝູ່ , ເຊັ່ນ: ລັດຍະໄຂ່, ລັດຊີນ ແລະແຂວງຢາງກຸງ, ກໍລະນີຜູ້ເປັນພະຍາດໂຄວິດ-19 ທີ່ເພີ່ມໃໝ່ ແລະຜູ້ເສຍຊີວິດພາຍໃນມື້ດຽວແມ່ນໃນລະດັບອ່າວຕ່ຳໃນບັນດາລັດ-ແຂວງ, ແຕ່ສະພາບການໃນລັດຊັນ, ແຂວງແມກວີ ແລະແຂວງບາໂກຍັງໜັກໜ່ວງຢູ່ເມື່ອທຽບກັບແຂວງອື່ນ. ກະຊວງສາທາລະນະສຸກມຽນມາກຳລັງເພີ່ມທະວີການສະໜອງວັກຊີນ ແລະອຸປະກອນການແພດໃຫ້ກັບແຂວງ ແລະລັດທີ່ມີສະພາບການໜັກໜ່ວງ.