ລັດຖະມົນຕີ​​ເສດຖະກິດ​ການ​ຄ້າ​ອາ​ຊຽນຍິນ​ດີ​ຕ້ອນຮັບ​ຮົງ​ກົງ​ທີ່​ຫວັງ​ຢາກ​​ເຂົ້າ​ຮ່ວມ RCEP

CRI, September 16, 2021
Size:

    ວັນທີ 14 ກັນຍານີ້, ທ່ານຊິວເທີງຮວາ ຫົວໜ້າພະແນກການຄ້າ ແລະ ການພັດທະນາເສດຖະກິດອົງການປົກຄອງເຂດພິເສດຮົງກົງຈີນ ແລະ ທ່ານມົດ ອາມິນ ລິວ ລັດຖະມົນຕີທຳນຽບນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການເງິນ ແລະ ເສດຖະກິດບຼູໄນໄດ້ຮ່ວມກັນເປັນປະທານຈັດກອງປະຊຸມລັດຖະມົນຕີເສດຖະກິດການຄ້າຮົງກົງ-ອາຊຽນຄັ້ງທີ 5 ດ້ວຍຮູບແບບວິດີໂອ.

     ຫຼັງຈາກກອງປະຊຸມສິ້ນສຸດລົງ, ລັດຖະມົນຕີເສດຖະກິດການຄ້າຂອງບັນດາປະເທດໃນອາຊຽນທີ່ໄດ້ຮ່ວມປະຊຸມໄດ້ອອກຖະແຫຼງການຮ່ວມໂດຍສະແດງຄວາມຍິນດີຕ້ອນຮັບຮົງກົງທີ່ສະແດງຄວາມຫວັງຢາກເຂົ້າຮ່ວມສັນຍາການພົວພັນໝູ່ຄູ່ເສດຖະກິດຮອບດ້ານພາກພື້ນ ຫຼື RCEP.  ພວກທ່ານເຫັນວ່າ, ໃນ15 ກຸ່ມເສດຖະກິດທີ່ໄດ້ລົງນາມໃນ RCEP ແລ້ວມີ 13 ກຸ່ມຕ່າງກໍ່ໄດ້ເຊັນສັນຍາການຄ້າເສລີກັບຮົງກົງແລ້ວ, ເງື່ອນໄຂທີ່ເອື້ອອຳນວຍຂອງຮົງກົງຈະສ້າງຜົນປະໂຫຍດຫຼາຍກວ່າເກົ່າໃຫ້ແກ່ RCEP.