ໄທ​ຈະ​ເປີດ 5 ແຂວງ ເຊິ່ງ​ລວມ​ທັງ​ບາງກອກ​ຕໍ່​ນັກ​ທ່ອງ​ທ່ຽວ​ສາ​ກົນ​ແຕ່​ວັນ​ທີ 1 ຕຸ​ລານີ້​ເປັນ​ຕົ້ນ​ໄປ ເພື່ອ​ຊຸກ​ຍູ້​ການ​ຟື້ນ​ຟູ​ຂະ​ແໜງ​ການ​ທ່ອງ​ທ່ຽວ

CRI, September 16, 2021
Size:

    ວັນທີ 14 ກັນຍານີ້, ທ່ານພິພັດ ຣັດຊະກິດປະການ ລັດຖະມົນຕີກະຊວງທ່ອງທ່ຽວ ແລະ ກິລາໄທໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ, ຫຼັງຈາກເປີດແຫຼ່ງທ່ອງທ່ຽວຕ່າງໆ ເຊັ່ນ: ພູເກັດ, ພັງງາ, ກະບີ່ ແລະ ສຸຣາດທະນີເປັນຕົ້ນຕໍ່ນັກທ່ອງທ່ຽວຕ່າງປະເທດແລ້ວ, ຈະເປີດອີກ 5 ແຂວງອີກ ຄື: ນະຄອນຫຼວງບາງກອກ, ຊົນບຸລີ, ເພດບຸລີ, ປະຈວບຄີຣີຂັນ ແລະ ຊຽງໃໝ່ແຕ່ວັນທີ 1 ຕຸລາປີນີ້ເປັນຕົ້ນໄປ, ພ້ອມທັງຈະອອກແຮງຊຸກຍູ້ຂະແໜງການທ່ອງທ່ຽວຢູ່ເຂດດັ່ງກ່າວໃຫ້ຟື້ນຟູ.

    ໃນໄລຍະຕໍ່ໜ້າ, ໄທຍັງຈະສືບຕໍ່ເປີດ 21 ແຂວງ ເຊິ່ງລວມທັງຊຽງຣາຍ, ສຸໂຂໄທ ແລະ ອະຍຸທະຍາແຕ່ວັນທີ 15 ຕຸລາປີນີ້ເປັນຕົ້ນໄປ, ແລະຈະຮ່ວມມືກັບປະເທດໃກ້ຄຽງເພື່ອຊຸກຍູ້ການເປີດການທ່ອງທ່ຽວເຊິ່ງກັນແລະກັນ.