ຈີນ​ໄດ້​ນຳ​ເຂົ້າຜະ​ລິ​ດ​ຕະ​ພັນກະ​ສິ​ກຳ​ແລະ​ອາ​ຫານ​ຈາກ​ອາ​ຊຽນ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ

CRI, September 15, 2021
Size:

图片默认标题_fororder_289456100

ກອງປະຊຸມລະດັບລັດຖະມົນຕີກ່ຽວກັບການຮ່ວມມືດ້ານການກັກກັນພະຍາດຂອງສັດແລະພືດ ແລະຄວາມປອດໄພດ້ານອາຫານລະຫວ່າງຈີນກັບອາຊຽນຄັ້ງທີ 7 ໃນຂອບງານວາງສະແດງສິນຄ້າຈີນ-ອາຊຽນໄດ້ຈັດຂຶ້ນໃນວັນທີ 13 ກັນຍານີ້, ກອງປະຊຸມໄດ້ກ້າວເຖິງຂັ້ນມີຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບວຽກງານຫຼາຍດ້ານ ເຊັ່ນ: ການຊຸກຍູ້ການຮ່ວມມືຕາມກົນໄກການກັກກັນພະຍາດຂອງສັດແລະພືດ ແລະ ຄວາມປອດໄພດ້ານອາຫານຈີນ-ອາຊຽນ ແລະອື່ນໆ.

ຂ່າວແຈ້ງວ່າ, ຈີນແລະອາຊຽນຕ່າງກໍ່ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງກັນແລະກັນ, ການນຳເຂົ້າແລະສົ່ງອອກຜະລິດຕະພັນກະສິກຳແລະອາຫານໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຕາມສະຖິຕິຂອງດ່ານພາສີ, ມາຮອດປັດຈຸບັນ, ຢູ່ 10 ປະເທດອາຊຽນໄດ້ມີຜະລິດຕະພັນກະສິກຳແລະອາຫານເກືອບ 1.500 ຊະນິດໄດ້ສົ່ງອອກສູ່ປະເທດຈີນແລ້ວ. ໃນຫຼາຍປີມໍ່ໆມານີ້, ຍອດຈຳນວນການນຳເຂົ້າຜະລິດຕະພັນກະສິກຳຈາກປະເທດອາຊຽນໄດ້ເພີ່ມຂຶ້ນລຽນຕິດເປັນຫຼາຍປີແລ້ວ, ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້ໄດ້ເພີ່ມຂຶ້ນ 10,3%, ແຕ່ເດືອນມັງກອງຫາເດືອນສິງຫາປີນີ້ ໄດ້ເພີ່ມຂຶ້ນ 41,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ກອງປະຊຸມຄັ້ງນີ້ຍັງປະກາດວ່າ: ເວັບໄຊຂໍ້ມູນກ່ຽວກັບການຮ່ວມມືກັນດ້ານການກັກກັນພະຍາດຂອງສັດແລະພືດ ແລະຄວາມປອດໄພດ້ານອາຫານລະຫວ່າງຈີນກັບອາຊຽນນັ້ນໄດ້ເປີດນຳໃຊ້ຢ່າງເປັນທາງການ.