ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ຈະ​ມີອະ​ນາ​ຄົດ​ທີ່​ສົດ​ໃສ

CRI, September 15, 2021
Size:

ວັນທີ 10 ກັນຍານີ້, ງານວາງສະແດງສິນຄ້າຈີນ-ອາຊຽນແລະກອງປະຊຸມສຸດຍອດການຄ້າແລະການລົງທຶນຄັ້ງທີ 18 ໄດ້ໄຂຂຶ້ນຢູ່ນະຄອນນານນິງເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີປະເທດຈີນ, ງານວາງສະແດງສິນຄ້າຈີນ-ອາຊຽນແລະກອງປະຊຸມສຸດຍອດການຄ້າແລະການລົງທຶນທີ່ໄດ້ຈັດຂຶ້ນຢ່າງສຳເລັດຜົນມາແລ້ວ 18 ຄັ້ງໄດ້ເພີ່ມພະລັງແຮງແລະພະລັງຊີວິດໃຫ້ກັບການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ມີການພົວພັນກັນໃກ້ຊິດກວ່າເກົ່າດ້ວຍທ່ວງທ່າທີ່ສຸກງອມກວ່າເກົ່າ, ກວມລວມກວ່າເກົ່າແລະເປີດປະຕູສູ່ພາຍນອກຫຼາຍກວ່າເກົ່າ.

ໃນໄລຍະ 18 ປີຜ່ານມາ, ຈາກການໃຫ້ບໍລິການແກ່ການສ້າງເຂດການຄ້າເສລີຈົນຮອດການຍົກລະດັບເຂດການຄ້າເສລີ, ຈາກການຊຸກຍູ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຮັບການຈັດຕັ້ງປະຕິບັດຢູ່ປະເທດອາຊຽນຈົນຮອດການຊຸກຍູ້ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນຫຼື RCEP ໃຫ້ມີຜົນບັງຄັບໃຊ້ໂດຍໄວ, ງານວາງສະແດງສິນຄ້າຈີນ-ອາຊຽນໄດ້ກາຍເປັນສັກຂີພິຍານໃຫ້ກັບການພົວພັນຈີນກັບອາຊຽນທີ່ກາຍເປັນແບບຢ່າງທີ່ປະສົບຜົນສຳເລັດຫຼາຍທີ່ສຸດແລະມີພະລັງຊີວິດທີ່ສຸດໃນການຮ່ວມມືຂອງພາກພື້ນອາຊີປາຊີຟິກ.

ກ່ອນນີ້ 18 ປີ, ຖ້າວ່າເວົ້າເຖິງເບຍລາວ, ກາເຟຫວຽດນາມແລະຜະລິດຕະພັນທີ່ມີລັກສະນະພິເສດຂອງປະເທດອາຊຽນ, ຜູ້ຮູ້ຈັກຜະລິດຕະພັນເຫຼົ່ານີ້ກໍຍັງມີບໍ່ຫຼາຍປານໃດ, ແຕ່ວ່າມາຮອດປັດຈຸບັນນີ້, ຄຽງຄູ່ກັບຜະລິດຕະພັນອາຊຽນກ້າວເຂົ້າສູ່ຕະຫຼາດຈີນນັບມື້ນັບຫຼາຍຂຶ້ນ, “ຢູ່ນະຄອນນານນິງກໍສາມາດຊື້ເບຍລາວໄດ້ຢ່າງສະດວກ.”

ຕະຫຼອດໄລຍະ 18 ປີມານີ້, ນັກທຸລະກິດຈີນແລະຕ່າງປະເທດທີ່ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນໄດ້ມີເກືອບ 1 ລ້ານເທື່ອຄົນ, ງານວາງສະແດງດັ່ງກ່າວໄດ້ຈັດໃຫ້ມີກອງປະຊຸມເວທີປຶກສາຫາລືລະດັບສູງຫຼາຍກວ່າ 300 ເທື່ອ, ໄດ້ກວມເຖິງ 40 ກວ່າຂົງເຂດແລະໄດ້ຊຸກຍູ້ການຈັດຕັ້ງປະຕິບັດໂຄງການສຳຄັນຕ່າງໆເຊັ່ນ: ການສ້າງເສັ້ນທາງໃໝ່ທາງບົກແລະທາງທະເລຂອງພາກຕາເວັນຕົກ, ເຂດທົດລອງການຄ້າເສລີກວາງຊີຈີນແລະໂຄງການອື່ນໆ. ນັບມາຮອດທ້າຍເດືອນມິຖຸນາປີນີ້, ຍອດມູນຄ່າການລົງທຶນເຊິ່ງກັນແລະກັນລະຫວ່າງຈີນກັບປະເທດອາຊຽນບັນລຸຫຼາຍກວ່າ 310 ຕື້ໂດລາສະຫະລັດ, ອາຊຽນໄດ້ກາຍເປັນຈຸດໝາຍປາຍທາງທີ່ສຳຄັນທີ່ສຸດຂອງນັກລົງທຶນຈີນຢູ່ຕ່າງປະເທດ, ໃນທາງກົງກັນຂ້າມອາຊຽນກໍແມ່ນແຫຼ່ງລົງທຶນຕ່າງປະເທດໂດຍກົງສຳຄັນທີ່ສຸດສຳລັບຈີນ. ໃນຫຼາຍປີຜ່ານມາ, ໂດຍອາໄສງານວາງສະແດງສິນຄ້າຈີນ-ອາຊຽນ, ການແລກປ່ຽນແລະການຮ່ວມມືລະຫວ່າງຈີນກັບອາຊຽນໃນຂົງເຂດວັດທະນະທຳ, ການສຶກສາ, ຊີວິດການເປັນຢູ່ຂອງປະຊາຊົນ, ສຸຂະພາບ ແລະຂົງເຂດອື່ນໆໄດ້ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.

ສິ່ງທີ່ໜ້າເວົ້າເຖິງກໍຄື: ເລີ່ມແຕ່ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງຜ່ານມາໄດ້ເລີ່ມຕັ້ງເຂດວາງສະແດງການປ້ອງກັນພະຍາດແລະສາທາລະນະສຸກແລ້ວ, ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງນີ້ຍັງໄດ້ຈັດໃຫ້ມີກອງປະຊຸມເວທີປຶກສາຫາລືຫຼາຍເທື່ອ, ເພື່ອຊຸກຍູ້ການຮ່ວມມືຕ້ານກັບການແຜ່ລະບາດຂອງພະຍາດລະຫວ່າງຈີນກັບອາຊຽນໃຫ້ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ. ພາຍຫຼັງເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ຈີນໄດ້ຖືເອົາອາຊຽນເປັນຄູ່ຮ່ວມມືສຳຄັນກວ່າໝູ່ໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19, ນັບມາຮອດປັດຈຸບັນນີ້, ຈີນໄດ້ສະໜອງວັກຊີນໂຄວິດ-19 ຈຳນວນ 190 ລ້ານກວ່າຫຼອດໃຫ້ແກ່ປະເທດອາຊຽນ, ແລະໄດ້ຊ່ວຍເຫຼືອເຄື່ອງອຸປະກອນຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ປະເທດອາຊຽນຢ່າງຫຼວງຫຼາຍ. ສອງຝ່າຍໄດ້ເລີ່ມປະຕິບັດຂໍ້ລິເລີ່ມການຮ່ວມມືສາທາລະນະສຸກຈີນ-ອາຊຽນ, ໄດ້ປັບປຸງເວທີ “ການຮ່ວມມືວັກຊີນຖານເພື່ອນມິດຈີນ-ອາຊຽນ” ໃຫ້ສົມບຸນຂຶ້ນຢ່າງບໍ່ຢຸດຢັ້ງ, ຊຸກຍູ້ການແລກປ່ຽນນະໂຍບາຍແລະການແບ່ງປັນຂໍ້ມູນຂ່າວສານກ່ຽວກັບນະໂຍບາຍວັກຊີນ.

ປີນີ້ແມ່ນປີທີ່ຈີນ-ອາຊຽນສ້າງຕັ້ງສາຍພົວພັນຄູ່ເຈລະຈາຄົບຮອບ 30 ປີ. ໃນໄລຍະ 30 ປີຜ່ານມາ, ມູນຄ່າການຄ້າລະຫວ່າງຈີນກັບອາຊຽນໄດ້ເພີ່ມຂຶ້ນຫຼາຍກວ່າ 85 ເທົ່າ, ປີ 2020 ອາຊຽນໄດ້ກາຍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນ, ໃນ 6 ເດືອນຕົ້ນປີນີ້, ມູນຄ່າການຄ້າລະຫວ່າງຈີນກັບອາຊຽນໄດ້ເພີ່ມຂຶ້ນ 38,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ໃນໄລຍະ 30 ປີຜ່ານມາ, ຈີນແລະອາຊຽນໄດ້ຮ່ວມຈິດຮ່ວມໃຈເປັນໜຶ່ງດຽວແລະກ້າວເດີນໄປໜ້າຮ່ວມກັນ, ການຮ່ວມມືຮອບດ້ານລະຫວ່າງສອງຝ່າຍໄດ້ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ກາຍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງກັນແລະກັນ, ກາຍເປັນແບບຢ່າງຂອງການຮ່ວມມືທີ່ມີຊີວິດຊີວາທີ່ສຸດຢູ່ເຂດອາຊີປາຊີຟິກ. ໂດຍຢືນຢູ່ຈຸດເລີ່ມຕົ້ນໃໝ່ຂອງປະຫວັດສາດ: ພວກເຮົາເຊື່ອວ່າ, ການພົວພັນລະຫວ່າງຈີນກັບອາຊຽນຈະດີກວ່າເກົ່າ, ໃກ້ຊິດກັນກວ່າເກົ່າແລະຈະມີອະນາຄົດສົດໃສກວ່າເກົ່າ.