ໄຂກອງປະຊຸມລະດັບລັດຖະມົນຕີດ້ານເສດຖະກິດການຄ້າ 10+1 ຄັ້ງທີ 20 ແລະ 10+3 ຄັ້ງທີ 24

CRI, September 14, 2021
Size:

ວັນທີ 13 ກັນຍານີ້, ກອງປະຊຸມລະດັບລັດຖະມົນຕີກະຊວງເສດຖະກິດການຄ້າລະຫວ່າງ ຈີນ-ອາຊຽນ ຫຼື 10+1 ຄັ້ງທີ 20 ແລະກອງປະຊຸມອາຊຽນກັບຈີນ ຍີ່ປຸ່ນແລະສ.ເກົາຫຼີ ຫຼື 10+3 ຄັ້ງທີ 24 ໄດ້ໄຂຂຶ້ນໃນຮູບແບບຜ່ານທາງວິດີໂອ.

ລັດຖະມົນຕີກະຊວງເສດຖະກິດການຄ້າຂອງກອງປະຊຸມ 10+1 ທຸກທ່ານມີຄວາມເຫັນເປັນເອກະພາບກັນວ່າ: ໃນໄລຍະ 30 ປີຜ່ານມານີ້ ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນກັບອາຊຽນໄດ້ຮັບໝາກຜົນອັນໃຫຍ່ຫຼວງ, ສອງຝ່າຍຫວັງຢາກໃຫ້ອະນາຄົດ ການຮ່ວມມືແໜ້ນແຟ້ນກວ່າເກົ່າ; ກອງປະຊຸມໄດ້ກ່າວເນັ້ນວ່າຈະຈັດຕັ້ງປະຕິບັດສັນຍາການຄ້າເສລີຈີນ-ອາຊຽນຢ່າງຮອບດ້ານແລະມີປະສິດທິຜົນສູງ ແລະ ເພີ່ມເນື້ອໃນໃໝ່ໃສ່ອະນຸສັນຍາ, ເພື່ອບຸກເບີກຂົງເຂດອື່ນໆທີ່ມີຄວາມອາດເປັນໄປໄດ້ໃນສັນຍາການຄ້າເສລີຈີນ-ອາຊຽນໃຫ້ສົມບູນກວ່າເກົ່າ.

ທ່ານວ່າງເວີນທ່າວ ລັດຖະມົນຕີກະຊວງການຄ້າຈີນກ່າວວ່າ: ໂດຍຜະເຊີນໜ້າກັບສະພາບພະຍາດໂຄວິດ-19 ທີ່ຍັງສັບສົນແລະຂ້ຽວຂາດຢູ່, ບັນດາປະເທດໃນພາກພື້ນຄວນຄັດຄ້ານກົນອຸບາຍທາງການເມືອງ, ຮ່ວມກັນຕ້ານກັບພະຍາດໂຄວິດ-19, ເລັ່ງຟື້ນຟູເສດຖະກິດຂອງພາກພື້ນໂດຍໄວ. ຈີນ ຍີ່ປຸ່ນ ແລະ ສ.ເກົາຫຼີຄວນຮ່ວມກັນເພີ່ມຄວາມເອົາໃຈໃສ່ຫຼາຍກວ່າເກົ່າຕໍ່ອາຊຽນ, ເກາະແຂນກັນຊ່ວຍສ້າງປະຊາຄົມອາຊຽນ.