ຈີນ​ປະກາດ​ຕົວ​ເລກ​ດັດຊະນີ​ການ​ຄ້າ​ຈີນ-​ອາ​ຊຽນ​ເປັນ​ເທື່ອທຳ​ອິດ

CRI, September 13, 2021
Size:

ຈີນປະກາດຕົວເລກດັດຊະນີການຄ້າຈີນ-ອາຊຽນເປັນເທື່ອທຳອິດ_fororder_1631334754512_936_722x417

    ວັນທີ 11 ກັນຍານີ້, ອົງການພາສີແຫ່ງຊາດຈີນ ຮ່ວມກັບອົງການປົກຄອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີໄດ້ປະກາດຕົວເລກດັດຊະນີການຄ້າຈີນ-ອາຊຽນເປັນເທື່ອທຳອິດ ໃນໄລຍະຈັດງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 18.

    ຕົວເລກດັດຊະນີສະແດງໃຫ້ເຫັນວ່າ, ໃນປີ 2020, ຕົວເລກດັດຊະນີການຄ້າຈີນ-ອາຊຽນແມ່ນ 241,09 ຈຸດ, ໄດ້ເພີ່ມຂຶ້ນ 19,64% ເມື່ອທຽບກັບປີ 2019 ແລະ ໄດ້ເພີ່ມຂຶ້ນ 141,09% ເມື່ອທຽບກັບປີ 2010, ນີ້ສະແດງໃຫ້ເຫັນວ່າ, ການຄ້າຂາເຂົ້າຂາອອກກັນອາຊຽນຂອງຈີນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ໜັກແໜ້ນ.

    ປີ 2020, ໂດຍຜະເຊີນໜ້າກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຮ້າຍແຮງ, ຈີນ ແລະ ບັນດາປະເທດອາຊຽນໄດ້ດຳເນີນການຮ່ວມມືຢ່າງກວ້າງຂວາງເພື່ອຕ້ານກັບພະຍາດໂຄວິດ-19, ໄດ້ຮັກສາຕ່ອງໂສ້ອຸດສາຫະກຳການຜະລິດ ແລະ ຕ່ອງໂສ້ການສະໜອງສິນຄ້າໃນພາກພື້ນໃຫ້ມີຄວາມໝັ້ນທ່ຽງແລະ ຮັບປະກັນການຄ້າລະຫວ່າງສອງຝ່າຍໃຫ້ມີການພັດທະນາ, ອາຊຽນກໍ່ໄດ້ກາຍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນເປັນເທື່ອທຳອິດ. ຕົວເລກສະຖິຕິຂອງອົງການພາສີແຫ່ງຊາດຈີນສະແດງໃຫ້ເຫັນວ່າ, ໃນ 8 ເດືອນຕົ້ນປີນີ້, ຍອດມູນຄ່າຂາເຂົ້າຂາອອກກັບອາຊຽນຂອງຈີນບັນລຸເຖິງ 3.590 ຕື້ຢວນ, ເພີ່ມຂຶ້ນ 22,8% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້, ກວມ 14,5% ຂອງຍອດມູນຄ່າຂາເຂົ້າຂາອອກຂອງຈີນໃນໄລຍະດຽວກັນ, ອາຊຽນສືບຕໍ່ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນ.