ງານ​ວາ​ງສະ​ແດງສິນ​ຄ້າຈີນ​-ອາ​ຊຽນຄັ້ງ​ທີ 18 ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາຕະ​ກຳ

CRI, September 13, 2021
Size:

    ຫວ່າງມໍ່ໆມານີ້, ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 18, ກອງປະຊຸມສຸດຍອດ ການຄ້າ ແລະ ການລົງທຶນຈີນ-ອາຊຽນ ໄດ້ຈັດຂຶ້ນຢູ່ນະຄອນນານນີງ ເຂດກວາງຊີຈີນ. ໃນເວທີປຶກສາຫາລືການຮ່ວມມືດ້ານຄວາມສາມາດການຜະລິດ ແລະ ການລົງທຶນຈີນ-ອາຊຽນທີ່ຈັດຂຶ້ນໃນໄລຍະງານວາງສະແດງດັ່ງກ່າວ, ທ່ານນີ້ງຈີ໋ເຈີ໋ ຮອງຫົວໜ້າຄະນະກຳມະການການພັດທະນາ ແລະ ການປະຕິຮູບແຫ່ງຊາດຈີນຊີ້ອອກວ່າ, ຈີນ ແລະ ປະເທດອາຊຽນພ້ອມກັນກໍ່ສ້າງຕ່ອງໂສ້ອຸດສາຫະກຳການຜະລິດ ແລະ ຕ່ອງໂສ້ການສະໜອງສິນຄ້າລະດັບພາກພື້ນທີ່ເປີດກວ້າງກວ່າເກົ່າ ແລະ ມີຄວາມສາມາດຕ້ານທານສູງກວ່າເກົ່າ,ຮ່ວມກັນສ້າງປະຊາຄົມຮ່ວມຊາຕະກຳຈີນ-ອາຊຽນທີ່ແໜ້ນແຟ້ນກວ່າເກົ່າ, ເພື່ອສະໜອງພະລັງຊຸກດັນຫຼາຍກວ່າເກົ່າໃຫ້ແກ່ການຟື້ຟູເສດຖະກິດພາກພື້ນຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ. 

ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 18 ຮ່ວມກັນສ້າງປະຊາຄົມຮ່ວມຊາຕະກຳ_fororder_5ec3c0caef7a4f7d8d08fe91b2dceccb_16x9

    ເວທີປຶກສາຫາລືການຮ່ວມມືດ້ານຄວາມສາມາດການຜະລິດ ແລະ ການລົງທຶນຈີນ-ອາຊຽນມີຫົວຂໍ້ວ່າ: ຮ່ວມກັນຊຸກຍູ້ການຟື້ນຟູເສດຖະກິດຫຼັງມີການແຜ່ລະບາດຂອງພະຍາດໂຄວິດ-19, ລົງເລິກການຮ່ວມມືດ້ານຄວາມສາມາດການຜະລິດໃນຂອບ “ໜຶ່ງແລວໜຶ່ງເສັ້ນທາງ”, ຮ່ວມກັນສ້າງເວທີ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ການຮ່ວມມືດ້ານຄວາມສາມາດການຜະລິດ ແລະ ການລົງທຶນລະຫວ່າງຈີນ-ອາຊຽນ.