ການຝຶກອົບຮົມແບບອອນລາຍກ່ຽວກັບການກວດກາ ແລະ ກວດສອບດ້ານຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນກະສິກໍາປະເທດລ້ານຊ້າງ-ແມ່ນໍ້າຂອງໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງ

lmcchina.org, September 11, 2021
Size:

ໃນວັນທີ 24 ສິງຫາ 2021 ພາຍໃຕ້ການສະໜັບສະໜູນຂອງກົມພົວພັນຕ່າງປະເທດຂອງກະຊວງກະສິກໍາ ແລະ ຊົນນະບົດ, ສູນຮ່ວມມືເສດຖະກິດຕ່າງປະເທດຂອງກະຊວງກະສິກໍາ ແລະ ຊົນນະບົດ ໄດ້ຈັດຕັ້ງປະຕິບັດໄຂຊຸດຝຶກອົບຮົມແບບອອນລາຍ ໃນຫົວຂໍ້ “ການກວດກາ ແລະ ກວດສອບດ້ານຄຸນນະພາບ ແລະ ຄວາມປອດໄພ ຂອງຜະລິດຕະພັນກະສິກໍາ ຂອງປະເທດທີ່ຢູ່ລຽບຕາມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ (LM)  ຊຶ່ງມີພະນັກງານ-ລັດຖກອນ ຈາກຂະແໜງການກະສິກໍາ, ການລ້ຽງສັດ ການປະມົງ, ຂະແໜງການອາຫານ ແລະ ຢາປົວພະຍາດ ແລະມີຜູ້ຕາງໜ້າທີ່ມາຈາກວິທະຍາໄລ ແລະ ສະຖາບັນຄົ້ນຄວ້າກະສິກໍາ, ອົງການກວດກາກວດສອບຄຸນນະພາບຜະລິດຕະພັນກະສິກໍາ ແລະ ວິສາຫະກິດ ຂອງ ປະເທດຈີນ, ກໍາປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມແລະປະເທດອື່ນໆອີກ ທັງໝົດ ເກືອບຮອດ 200 ຄົນ ເຂົ້າຮ່ວມຊຸດຝຶກອົບຮົມໃນຄັ້ງນີ້.

ການຝຶກອົບຮົມຄັ້ງນີ້ ກໍໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງຈາກ ປະເທດອື່ນໆ ແລະ ອົງການຈັດຕັ້ງສາກົນ. ໂດຍຜ່ານການແນະນໍາ ແລະ ແລກປ່ຽນຂໍ້ມູນເນື້ອໃນຫົວຂໍ້ລະຫວ່າງນັກສໍາມະນາກອນດ້ວຍກັນ, ເຮັດໃຫ້ມີຜູ້ສົນໃຈແລະ ສະໝັກໃຈເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ ເປັນຕົ້ນ ໄດ້ມີຜູ້ເຂົ້າຮ່ວມຈາກປະເທດສິງກະໂປ, ມາເລເຊຍ, ອິນໂດເນເຊຍ, ບັງກລາເທດ, ອົງການຮ່ວມມືສາກົນ ເຊັ່ນ GIZ GS1, ແລະສະຖາບັນແມ່ນໍ້າຂອງ ເປັນຕົ້ນ.

ຊຸດຝຶກອົບຮົມຄັ້ງນີ້ດໍາເນີນໄປເປັນເວລາ 4 ວັນ, ຊຶ່ງໄດ້ມີຊ່ຽວຊານວິຊາສະເພາະທີ່ມາຈາກຂະແໜງການທີ່ກ່ຽວຂ້ອງຂອງ ສປ ຈີນແລະທະນາຄານພັດທະນາອາຊີ ໃຫ້ການແນະນໍາ ແລະ ນໍາສະເໜີກ່ຽວກັບສະພາບການພັດທະນາຂອງວຽກງານດ້ານຄຸນນະພາບຂອງຜະລິດຕະພັນກະສິກໍາ ແລະ ຄວາມປອດໄພຂອງອາຫານ ຂອງ ສປ ຈີນ,ແນະນໍາລະບົບການຢັ້ງຢືນ GAP (Good Agriculture Practices ການດໍາເນີນງານດ້ານກະສິກໍາທີ່ດີ) ແລະ ລະບົບການຕິດຕາມກວດສອບຄືນໄດ້ຕໍ່ກັບສິນຄ້າປະເພດໝາກໄມ້ທີ່ສົ່ງຂ້າມແດນ, ການຕິດຕາມກວດກາຄວາມສ່ຽງ ຄວາມປອດໄພແລະຄຸນນະພາບຂອງຜະລິດຕະພັນກະສິກໍາ, ການຕິດຕາມຄຸ້ມຄອງແລະກວດສອບຄຸນນະພາບຜະລິດຕະພັນກະສິກໍາແລະຄວາມປອດໄພດ້ານອາຫານຂອງຈີນ, ການສາທິດຢັ້ງຢືນໝາກໄມ້ຂ້າມແດນທີ່ກວດສອບຄືນໄດ້, ການປະຕິບັດພາກສະໜາມກ່ຽວກັບການປະຍຸກໃຊ້ຂໍ້ກໍານົດທາງອະນາໄມ ຄວາມປອດໄພ ແລະຄຸນນະພາບຂອງຜະລິດຕະພັນກະສິກໍາແລະອາຫານທີ່ນໍາເຂົ້າປະເທດຈີນ, ການຕິດຕາມຄວບຄຸມຄຸນນະພາບຂອງວິສາຫະກິດທີ່ຜະລິດໝາກໄມ້ສົດແລະອື່ນໆ. ນອກຈາກນັ້ນ ກໍຍັງຈັດໃຫ້ນັກສໍາມະນາກອນທຸກຄົນໄດ້ຢ້ຽມຊົມສະຖາບັນຄົ້ນຄວ້າ ແລະ ຫົວໜ່ວຍທຸລະກິດທີ່ເຮັດວຽກກ່ຽວກັບການກວດກາ ກວດສອບຄຸນນະພາບຂອງຜະລິດຕະພັນກະສິກໍາ ຢູ່ ສປ ຈີນ ແບບອອນລາຍ. ຊຸດຝຶກອົບຮົມຄັ້ງນີ້ໄດ້ປິດລົງໃນວັນທີ 27 ສິງຫາ 2021.