ໂຮງໝໍນະຄອນເຈົ້າທອງຢູນນານ ໃຫ້ການຊ່ວຍເຫຼືອປ້ອງກັນແລະຄວບຄຸມການລະບາດຂອງພະຍາດໂຄວິດ ແກ່ພະນັກງານຢູ່ ສປປ ລາວຂອງກຸ່ມບໍລິສັດຫົງຖາ

lmcchina.org, September 11, 2021
Size:

ວັນທີ 1 ກັນຍາ 2021, ໂຮງໝໍປະຊາຊົນ ເລກ 1 ນະຄອນເຈົ້າທອງ (Zhaotong) ໄດ້ຮັບຈົດໝາຍສະແດງຄວາມຂອບໃຈສະບັບພິເສດ. ທ່ານ ເຊີນຢົງຕົ່ງ (Chen Yongdong) ຮອງອໍານວຍການໂຮງງານຢາສູບເຈົ້າທອງກຸ່ມບໍລິສັດຫົງຖາ (Hongta) ໄດ້ນໍາພາຄະນະທີ່ຕາງໜ້າ “ບໍລິສັດຢາສູບຫົງຖາ ໂຊກດີ ລາວ-ຈີນ ຈໍາກັດ” ຂອງກຸ່ມບໍລິສັດຫົງຖາ ໄປສະແດງຄວາມຂອບໃຈ ມາຍັງໂຮງໝໍປະຊາຊົນ ເລກ 1 ນະຄອນເຈົ້າທອງທີ່ໄດ້ໃຫ້ຄວາມຊ່ວຍເຫຼືອໃນການປ້ອງກັນແລະຄວບຄຸມການແພ່ລະບາດຂອງພະຍາດໂຄວິດ.

ບໍລິສັດຢາສູບຫົງຖາ ໂຊກດີ ລາວ-ຈີນ ຈໍາກັດ ຕັ້ງຢູ່ແຂວງສະຫວັນນະເຂດທີ່ເປັນເຂດພາກກາງຂອງປະເທດລາວ, ປັດຈຸບັນ ບໍລິສັດໄດ້ມີພະນັກງານທັງຄົນລາວ ແລະ ຄົນຈີນ ທັງໝົດ 600 ກວ່າຄົນ, ໃນນັ້ນພະນັກງານຝ່າຍຈີນມີ 60 ກວ່າຄົນ ຊຶ່ງສ່ວນຫຼາຍກໍເປັນຄົນທີ່ມາຈາກນະຄອນເຈົ້າທອງແຂວງຢູນນານ ສປ ຈີນ. ຍ້ອນວ່ານັບແຕ່ກາງເດືອນສິງຫາ 2021 ເປັນ ຕົ້ນມາ, ຢູ່ສປປ ລາວ, ກໍລະນີຢຶນຢັນມີຜູ້ຕິດພະຍາດໂຄວິດໄດ້ມີການເພີ່ມຂຶ້ນໃໝ່ນັບມື້ນັບຫຼາຍຂຶ້ນ, ສະນັ້ນ, ບໍລິສັດຢາສູບຫົງຖາ ໂຊກດີ ລາວ-ຈີນ ຈໍາກັດ ຈຶ່ງສົ່ງໜັງສືສະເໜີຂໍຄວາມຊ່ວຍ ເຫຼືອ ເຖິງໂຮງໝໍປະຊາຊົນ ເລກ 1 ນະຄອນເຈົ້າທອງ. ພາຍຫຼັງທີ່ໄດ້ຮັບໜັງສື,  ທາງໂຮງໝໍປະຊາຊົນ ເລກ 1 ນະຄອນເຈົ້າທອງ ກໍໄດ້ແຕ່ງຕັ້ງຄະນະທີມງານມືອາຊີບເປັນກໍາລັງຫຼັກໄປ ດໍາເນີນການຝຶກອົບຮົມ. ໃນເວລາປະຕິບັດວຽກງານຕົວຈິງ, ທີມງານດັ່ງກ່າວ ກໍໄດ້ໄປຮຽນຮູ້ຂໍ້ມູນລາຍລະອຽດກ່ຽວກັບສະພາບການລະບາດ ແລະ ມາດຕະການ ປ້ອງກັັນການແພ່ລະບາດຂອງບໍລິສັດ, ແລ້ວໄດ້ຮ່າງເອກະສານຝຶກອົບຮົບ ໃຫ້ຄໍາແນະນໍາ ແລະ ວິທີປ້ອງກັນຢ່າງມີຄຸນນະພາບສູງ ໂດຍອີງຕາມປະສົບການພາຍໃນປະເທດຈີນ ໃນການປ້ອງກັນ ແລະຄວບຄຸມການລະ ບາດພະຍາດ.  

ທີມງານໄດ້ອະທິບາຍໂດຍຜ່ານຮູບພາບປະກອບ ຊຶ່ງເຮັດໃຫ້ພີ່ນ້ອງຮ່ວມຊາດຈີນທີ່ເຮັດວຽກຢູ່ລາວຮັບຮູ້ແລະເຂົ້າໃຈພ້ອມທັງກໍາໄດ້ຢ່າງເລິກເຊິ່ງ ເຖິງຄວາມຮູ້ກ່ຽວກັບວີທີການປ້ອງກັນແລະຄວບຄຸມການລະບາດຂອງພະຍາດ, ພ້ອມນັ້ນກໍຍິ່ງເຮັດໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມຮັບຮູ້ເຖິງຄວາມເອົາໃຈໃສ່ ເປັນຫ່ວງເປັນໄຍຂອງກຸ່ມບໍລິສັດ ຫົງຖາ ຕໍ່ພະນັກງານທຸກຄົນ ແລະຮັບຮູ້ຄວາມເປັນຫ່ວງເປັນໄຍຈາກພີ່ນ້ອງຮ່ວມຊາດຈີນທີ່ມີຕໍ່ພະນັກງານຈີນທີ່ເຮັດວຽກຢູ່ສປປ ລາວ.