ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຈີນ-ຫວຽດ​ນາມ​​ແລ່ນ​ລົດ​​​ໄດ້​ກາຍ 200 ຖ້ຽວ​ໃນ​ປີ​ນີ້

CRI, September 10, 2021
Size:

  ລົດໄຟຂົນສົ່ງສິນຄ້າຈີນ-ຫວຽດນາມແລ່ນລົດໃຫ້ກາຍ 200 ຖ້ຽວໃນປີນີ້_fororder_中越

    ຕາມຕົວເລກສະຖິຕິຂອງພາກສ່ວນຂົນສົ່ງສິນຄ້າຂອງກຸ່ມບໍລິສັດເສັ້ນທາງລົດໄຟຈີນສາຂານະຄອນນານນີງໄດ້ໃຫ້ຮູ້ວ່າ: ນັບແຕ່ປີນີ້ເປັນຕົ້ນມາ,  ຈຳນວນຖ້ຽວລົດໄຟຂົນສົ່ງສິນຄ້າຈີນ-ຫວຽດນາມໄດ້ເພີ່ມຂຶ້ນຢ່າງຈະແຈ້ງ, ມາຮອດວັນທີ 7 ກັນຍານີ້, ລົດໄຟຂົນສົ່ງສິນຄ້າຈີນ-ຫວຽດນາມໄດ້ມີເຖິງ 208 ຖ້ຽວ, ຫລາຍກວ່າຈຳນວນຖ້ຽວລົດໄຟທີ່ແລ່ນໝົດປີຂອງປີທີ່ຜ່ານມາ, ໄດ້ເພີ່ມຂຶ້ນ 95,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ລົດໄຟຂົນສົ່ງສິນຄ້າຈີນ-ຫວຽດນາມໄດ້ກາຍເປັນກຳລັງແຮງຂັບເຄື່ອນໃນດ້ານການພັດທະນາສາຍພົວພັນທາງດ້ານເສດຖະກິດການຄ້າລະຫວ່າງຈີນ ແລະປະເທດອາຊຽນ, ໄດ້ເຮັດໃຫ້ການແລກປ່ຽນເສດຖະກິດການຄ້າລະຫວ່າງຈີນ ແລະອາຊຽນມີຄວາມສະດວກ ແລະບັງເກີດຜົນ.

    ລົດໄຟຂົນສົ່ງສິນຄ້າຈີນ-ຫວຽດນາມແມ່ນລົດໄຟຂົນສົ່ງສິນຄ້າສາກົນທີ່ເຊື່ອມຕໍ່ຈີນ ແລະປະເທດອາຊຽນໂດຍທາງບົກ, ທັງເປັນພາກສ່ວນອັນສຳຄັນຂອງລົດໄຟຂົນສົ່ງສິນຄ້າຈີນ-ເອີຣົບ.  ລົດໄຟຂົນສົ່ງສິນຄ້າຈີນ-ຫວຽດນາມຖ້ຽວທຳອິດໄດ້ເລີ່ມແລ່ນໃນເດືອນພະຈິກປີ 2017, ມາຮອດປັດຈຸບັນ, ລົດໄຟດັ່ງກ່າວໄດ້ແລ່ນແລ້ວ 545 ຖ້ຽວ, ຈັງຫວະການເຕີບໂຕໃນແຕ່ລະປີກໍຫລາຍກວ່າ 50%.