ສຳເລັດໂຄງການສະໜອງໄຟຟ້າພາຍນອກຂອງທາງລົດໄຟລາວ-ຈີນ

Yunnan Gateway, September 10, 2021
Size:

ອີງຕາມຂໍ້ມູນຂອງ ບໍລິສັດຕາຂ່າຍໄຟຟ້າຢຸນນານ-ຕາຂ່າຍໄຟຟ້າພາກໃຕ້ຂອງຈີນ, ໂຄງການສະໜອງໄຟຟ້າພາຍນອກຂອງທາງລົດໄຟລາວ-ຈີນໄດ້ສໍາເລັດການກໍ່ສ້າງໃນວັນທີ 31 ສິງຫາ, ບັນລຸເງື່ອນໄຂການຕອບສະໜອງໄຟຟ້າໃຫ້ລົດໄຟລາວ-ຈີນ. ອີງຕາມການແນະນຳ ໄດ້ຮູ້ວ່າ, ເສັ້ນທາງໂດຍລວມຂອງໂຄງການສະໜອງໄຟຟ້າພາຍນອກທາງລົດໄຟລາວ-ຈີນແມ່ນ 936,8 ກິໂລແມັດ, ແບ່ງອອກເປັນສອງພາກສ່ວນ ຄື ພາກສ່ວນຈີນ ແລະ ພາກສ່ວນລາວ. ໂຄງການສະໜອງໄຟຟ້າພາຍນອກຂອງທາງລົດໄຟລາວ-ຈີນໄດ້ເລີ່ມການກໍ່ສ້າງ ໃນເດືອນທັນວາປີ 2019.

ມາຈາກ ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ ຕິງຢີຊວນ