​ອາ​ຊຽນ​ຕ້ອງ​ການ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ກັບ​ຈີນ​ເພີ່ມ​ຂຶ້ນ ພາຍ​ໃຕ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

CRI, September 9, 2021
Size:

ພາຍໃຕ້ຜົນກະທົບຈາກເຊື້ອພະຍາດໂຄວິດ-19 ສາຍພັນເດວຕາ, ຄວາມພະຍາຍາມຟື້ນຟູການພັດທະນາເສດຖະກິດຂອງບັນດາປະເທດອາຊຽນໄດ້ປະສົບກັບຄວາມຫຍຸ້ງຍາກລຳບາກຫຼາຍຢ່າງ. ຍ້ອນເກີດມີການແຜ່ລະບາດຂອງພະຍາດ, ວິສາຫະກິດທີ່ໃຊ້ແຮງງານຫຼາຍຈຳນວນໜຶ່ງຂອງບາງປະເທດອາຊຽນໄດ້ຂາດແຄນແຮງງານຢ່າງຫຼວງຫຼາຍແບບບໍ່ເຄີຍມີມາກ່ອນ. ນອກນີ້, ລາຄາວັດຖຸດິບຖີບຕົວສູງຂຶ້ນ, ຕ່ອງໂສ້ການສະໜອງຖືກຕັດຂາດ ແລະ ປັດໄຈອື່ນໆ ເຊິ່ງໄດ້ເຮັດໃຫ້ເສດຖະກິດອາຊຽນພົບກັບຄວາມຫຍຸ້ງຍາກ. ປະເທດຫວຽດນາມມີອັດຕາການເຕີບໂຕທາງດ້ານເສດຖະກິດເປັນຕົວເລກບວກໃນປີຜ່ານມາ, ແຕ່ໃນ 6 ເດືອນຕົ້ນປີນີ້, ໄດ້ມີວິສາຫະກິດ 7 ໝື່ນກວ່າແຫ່ງລົ້ມລະລາຍ ຫຼື ຮ້ອງຂໍການລົ້ມລະລາຍ, ໃນໄລຍະມໍ່ໆມານີ້, ອົງການວິໄຈເສດຖະກິດຂະໜາດໃຫຍ່ແຫ່ງຕ່າງໆຂອງໂລກລ້ວນແຕ່ໄດ້ປັບຄາດໝາຍການເຕີບໂຕດ້ານເສດຖະກິດຂອງບັນດາປະເທດອາຊຽນໃນປີນີ້ໃຫ້ຕ່ຳລົງ. ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ຄວາມອ່ອນແອດ້ານການພັດທະນາເສດຖະກິດຂອງບັນດາປະເທດອາຊຽນປະກົດອອກມາໃຫ້ເຫັນຢ່າງຈະແຈ້ງ.

ເມື່ອກ້າວເຂົ້າສູ່ເດືອນກັນຍາປີນີ້, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ຕໍ່ມື້ຢູ່ມາເລເຊຍໄດ້ເພີ່ມຂຶ້ນຫຼາຍກວ່າ 2 ໝື່ນກໍລະນີ, ຂະນະທີ່ຢູ່ໄທ ແລະ ຫວຽດນາມຕ່າງກໍມີຫຼາຍກວ່າ 1 ໝື່ນກໍລະນີ, ສ່ວນຍອດຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ອິນໂດເນເຊຍ ທີ່ມີສະພາບການແຜ່ລະບາດຂອງພະຍາດທີ່ຂ້ຽວຂາດທີ່ສຸດໃນບັນດາປະເທດອາຊຽນ ໄດ້ມີຫຼາຍກວ່າ 4 ລ້ານກໍລະນີແລ້ວ. ທ້າຍເດືອນສິງຫາຜ່ານມານີ້, ພາຍໃຕ້ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ສາຍພັນເດວຕາ, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ປະເທດລາວກໍໄດ້ສ້າງສະຖິຕິໃໝ່ ແລະ ປະເຊີນໜ້າກັບຄວາມສ່ຽງທີ່ຈະມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຮອບທີ 3.

ພາຍໃຕ້ການແຜ່ລະບາດຂອງພະຍາດໂຄວິດ-19, ຈີນໄດ້ໃຫ້ການຊ່ວຍເຫຼືອແກ່ບັນດາປະເທດອາຊຽນຫຼາຍກວ່າໝູ່. ໃນໄລຍະທີ່ພະຍາດໂຄວິດ-19 ຫາກໍ່ແຜ່ລະບາດຢູ່ປະເທດຈີນ, ຫຼາຍປະເທດອາຊຽນໄດ້ໃຫ້ການຊ່ວຍເຫຼືອວັດຖຸອຸປະກອນການແພດແກ່ປະເທດຈີນ. ພາຍຫຼັງຈີນສາມາດຄວບຄຸມການແຜ່ລະບາດຂອງພະຍາດໄວ້ໄດ້ແລ້ວ, ແຕ່ປະເທດຕ່າງໆໃນອາຊຽນມີການແຜ່ລະບາດຂອງພະຍາດ, ເມື່ອເກີດມີສະພາບຄືແບບນີ້, ຈີນກໍໄດ້ໃຫ້ການຊ່ວຍເຫຼືອແກ່ປະເທດຕ່າງໆໃນອາຊຽນດ້ວຍຄວາມຈິງໃຈເຊັ່ນກັນ ໂດຍໄດ້ສະໜອງວັດຖຸອຸປະກອນການແພດ, ສົ່ງຄະນະຜູ້ຊ່ຽວຊານແພດໝໍ ແລະ ສະໜອງວັກຊິນໃຫ້ແກ່ປະເທດຕ່າງໆໃນອາຊຽນ. ນັບມາຮອດວັນທີ 3 ສິງຫາຜ່ານມານີ້, ຈີນໄດ້ສະໜອງວັກຊິນໂຄວິດ-19 ລວມທັງໝົດ 190 ລ້ານຫຼອດ ແລະ ວັດຖຸອຸປະກອນຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຈຳນວນຫຼວງຫຼາຍໃຫ້ແກ່ບັນດາປະເທດອາຊຽນ.

ສຳລັບການພົວພັນທາງດ້ານເສດຖະກິດຈີນ-ອາຊຽນກໍໄດ້ບັນລຸການເຕີບໂຕໄດ້ເປັນຢ່າງດີພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19. ປີ 2020, ຈີນໄດ້ກາຍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງອາຊຽນເປັນ 12 ປີລຽນຕິດ ແລະ ອາຊຽນກໍ່ກາຍເປັນຄູ່ການຄ້າໃຫຍ່ອັນດັບ 1 ຂອງຈີນເປັນຄັ້ງທຳອິດ.

ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເປັນການຊຸກຍູ້ການພັດທະນາເສດຖະກິດດີຈີຕອນ ແລະ ໄດ້ເລັ່ງຂະບວນການຫັນເປັນດີຈີຕອນຂອງບັນດາປະເທດອາຊຽນໃຫ້ໄວຂຶ້ນ. ປີ 2020, ການຄ້າເອເລັກໂຕນິກຂອງອາຊຽນໄດ້ບັນລຸການພັດທະນາຢ່າງຫຼວງຫຼາຍ. ພາຍໃຕ້ຄວາມພະຍາຍາມຮ່ວມຂອງຈີນແລະບັນດາປະເທດອາຊຽນ, ສິນຄ້າອາຊຽນໄດ້ເຂົ້າສູ່ຕະຫຼາດຈີນນັບມື້ນັບຫຼາຍຂຶ້ນໂດຍຜ່ານທາງການຄ້າເອເລັກໂຕນິກ ແລະ ກໍມີວິສາຫະກິດຈີນໄດ້ລົງທຶນເຂົ້າໃນຂົງເຂດການຄ້າເອເລັກໂຕນິກຂ້າມຊາດນັບມື້ນັບຫຼາຍຂຶ້ນ.

ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ: ຫົກເດືອນຕົ້ນປີນີ້, ຍອດມູນຄ່າການຄ້າຈີນ-ອາຊຽນມີຫຼາຍກວ່າ 410 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 38,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ອາຊຽນຍັງສືບຕໍ່ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນ, ຍອດມູນຄ່າການລົງທຶນລະຫວ່າງກັນຂອງຈີນແລະອາຊຽນໄດ້ບັນລຸຫຼາຍກວ່າ 310 ຕື້ໂດລາສະຫະລັດ, ການຄ້າເອເລັກໂຕນິກຂ້າມຊາດຈີນແລະອາຊຽນໄດ້ກາຍເປັນແຮງຂັບເຄື່ອນໃໝ່ໃນການຊຸກຍູ້ການພັດທະນາການຄ້າຈີນແລະອາຊຽນ.

ປີນີ້ແມ່ນປີສຳຄັນເປັນຂໍກະແຈສຳລັບອາຊຽນໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການຟື້ນຟູການເຕີບໂຕທາງດ້ານເສດຖະກິດ. ພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ເສດຖະກິດອາຊຽນຍິ່ງມີຄວາມຕ້ອງການຮ່ວມມືກັບຈີນເພີ່ມຂຶ້ນ, ຈິ່ງຈະສາມາດສ້າງສະພາບການພັດທະນາໃໝ່ພາຍໃຕ້ສະພາບຄວາມຫຍຸ້ງຍາກ ເພື່ອຊຸກຍູ້ໃຫ້ການພົວພັນອາຊຽນ-ຈີນສາມາດສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຝ່າຍໄດ້ດີກວ່າເກົ່າ.