ກະ​ຊວ​ງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຈະ​ສືບ​ຕໍ່​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງຢ່າງ​ຕັ້ງ​ໜ້າ

CRI, September 9, 2021
Size:

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນຈະເຂົ້າຮ່ວມກອງປະຊຸມຜູ້ນຳກ່ຽວກັບການຮ່ວມມືດ້ານເສດຖະກິດອະນຸພາກພື້ນແມ່ນ້ຳຂອງຄັ້ງທີ 7 ໃນຮູບແບບຜ່ານທາງວິດີໂອໃນວັນທີ 9 ກັນຍານີ້.

ກ່ຽວກັບເລື່ອງນີ້, ໃນກອງປະຊຸມຂ່າວທີ່ຈັດຂຶ້ນໃນວັນທີ 7 ກັນຍານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ນັບແຕ່ໄດ້ດຳເນີນການຮ່ວມມືດ້ານເສດຖະກິດອະນຸພາກພື້ນແມ່ນ້ຳຂອງເປັນເວລາ 29 ປີມານີ້, ໄດ້ດຳເນີນການຮ່ວມມືທີ່ມີປະສິດທິຜົນໃນດ້ານການກໍ່ສ້າງພື້ນຖານໂຄງລ່າງ ແລະ ການເຊື່ອມໂຍງເສດຖະກິດພາກພື້ນ, ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາອະນຸພາກພື້ນແບບຍືນຍົງ. ປັດຈຸບັນ, ພະຍາດໂຄວິດ-19 ຍັງແຜ່ລະບາດຢູ່ທົ່ວໂລກຢ່າງຮ້າຍແຮງ, ຊີວິດ ແລະສຸຂະພາບຂອງປະຊາຊົນ ພ້ອມດ້ວຍ ການພັດທະນາເສດຖະກິດສັງຄົມຂອງອະນຸພາກພື້ນແມ່ນ້ຳຂອງໄດ້ຮັບຜົນກະທົບຢ່າງໜັກໜ່ວງ. ກອງປະຊຸມຄັ້ງນີ້ ມີຫົວຂໍ້ວ່າ “ເພີ່ມທະວີການຮ່ວມມື, ຮັບມືກັບສິ່ງທ້າທາຍໃນໄລຍະ 10 ປີຕໍ່ໜ້າ”, ເຊິ່ງມີຄວາມໝາຍສຳຄັນສຳລັບປະເທດຕ່າງໆໃນອະນຸພາກພື້ນເພື່ອຮ່ວມມືກັນຕ້ານກັບພະຍາດໂຄວິດ-19 ແລະ ຊຸກຍູ້ໃຫ້ເສດຖະກິດ ຟື້ນຟູ.

ທ່ານວ່າງເວີນປິ່ນຊີ້ໃຫ້ເຫັນວ່າ, ຈີນຫວັງວ່າຝ່າຍຕ່າງໆຈະຖືເອົາກອງປະຊຸມຜູ້ນຳຄັ້ງນີ້ເປັນໂອກາດ, ສືບຕໍ່ເສີມຂະຫຍາຍຈິດໃຈໝູ່ຄູ່, ປູກຝັງຈິດສຳນຶກກ່ຽວກັບປະຊາຄົມຮ່ວມຊາຕາກຳໃຫ້ເລິກເຊິ່ງກວ່າເກົ່າ, ພ້ອມກັນວາງແຜນການກ່ຽວກັບການຕ້ານພະຍາດໂຄວິດ-19 ແລະ ຟື້ນຟູເສດຖະກິດ, ພ້ອມກັນສ້າງປະຫວັດສາດໜ້າໃໝ່ຂອງການຮ່ວມມືພັດທະນາອະນຸພາກພື້ນ, ເພິ່ມພະລັງແຮງໃໝ່ເພື່ອໃຫ້ປະເທດຕ່າງໆເພື່ອສ້າງຄວາມຈະເລີນຮຸ່ງເຮືອງ.