ວຽກ​ງານ​ກະ​ກຽມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 18 ພວມ​ດຳ​ເນີນ​ໄປຢ່າງ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ

CRI, September 8, 2021
Size:

ຕາມຂ່າວCRI:ງານວາງສະແດງສິນຄ້າຈີນ-ອາຊຽນຫຼືງານເອັສໂປຈີນ-ອາຊຽນຄັ້ງທີ 18 ຈະຈັດຂຶ້ນໃນວັນທີ 10 ກັນຍານີ້, ປັດຈຸບັນນີ້, ວຽກງານກະກຽມໃນດ້ານຕ່າງໆພວມດຳເນີນໄປຢ່າງເປັນລະບຽບຮຽບຮ້ອຍ.

ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງນີ້ຈະປິ່ນອ້ອມຫົວຂໍ້ຄື:  “ການຍົກສູງຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານຍຸດທະສາດ” “ການຍົກສູງການຮ່ວມມືດ້ານເສດຖະກິດການຄ້າ” “ການຍົກສູງການປະດິດສ້າງດ້ານເຕັກນິກວິທະຍາສາດ”“ການຍົກສູງການຮ່ວມມືໃນການຕ້ານກັບພະຍາດ” ນອກນີ້ຍັງຈະຈັດກອງປະຊຸມຍ່ອຍຕ່າງໆເຊັ່ນ: ກອງປະຊຸມການແລກປ່ຽນດ້ານເສດຖະກິດການຄ້າ, ເຕັກນິກວິທະຍາສາດ, ເສດຖະກິດດີຈີຕອນແລະສາທາລະນະສຸກເປັນຕົ້ນ. 

ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງນີ້ຈະສືບຕໍ່ສ້າງຕັ້ງເຂດວາງສະແດງສາກົນ “ໜຶ່ງແລວໜຶ່ງເສັ້ນທາງ”, ນອກຈາກຈີນແລະອາຊຽນແລ້ວອົງການແລະວິສາຫະກິດທີ່ຈະເຂົ້າຮ່ວມງານວາງສະແດງແມ່ນມາຈາກປະເທດປາກີສະຖານ, ໂປໂລຍ, ສ.ເກົາຫຼີ, ຍີ່ປຸ່ນ, ອົສຕຼາລີ, ນູແວັນເຊລັງ, ຣັດເຊຍ, ຝຣັ່ງ, ແອສປາຍແລະປະເທດອື່ນໆທັງໝົດ 20 ກວ່າປະເທດ.