ງານ​ສຳ​ມະ​ນາ​ການ​ຮ່ວມ​ມື​ດ້ານການ​ຄ້າການ​ບໍ​ລິ​ການ​ຈີນ-ໄທ​ໃນ​ຂອບ​ສັນ​ຍາ RCEP ຈັດ​ຂຶ້​ນ​ຢູ່​ປັກ​ກິ່ງ

CRI, September 8, 2021
Size:

ໃນຖານະເປັນກິດຈະກຳທີ່ກ່ຽວຂ້ອງຂອງງານຕະຫຼາດນັດການຄ້າການບໍລິການສາກົນຈີນ2021, ງານສຳມະນາການຮ່ວມມືດ້ານການຄ້າການບໍລິການຈີນ-ໄທ ໃນຂອບສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 3 ກັນຍານີ້ ໂດຍຮ່ວມກັນເປັນເຈົ້າພາບຂອງສະພາການຄ້າໄທຈີນ ແລະ ຄະນະກຳມະການສົ່ງເສີມການຄ້າສາກົນຈີນ.

ຈີນໄດ້ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງໄທເປັນ8ປີລຽນຕິດແລ້ວ, ຜົນການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ທ່ານເບັນຈະມິນ ສຸກັນຈະນະທີ ອັກຄະລັດຖະທູດໄທປະຈຳຈີນກ່າວວ່າ: ໄທໄດ້ຖືເອົາຮູບແບບເສດຖະກິດສີຂຽວໝູນວຽນຊີວະພາບເປັນວາລະແຫ່ງຊາດ,ເຊິ່ງໄດ້ສ້າງຄວາມຕ້ອງການ ແລະ ໂອກາດຫຼາຍກວ່າເກົ່າໃຫ້ແກ່ການຮ່ວມມື ລະຫວ່າງຈີນກັບໄທໃນດ້ານການຄ້າການບໍລິການ.

ຕາມຄາດຄະເນວ່າ: ຮອດປີ 2025, RCEP ຈະຊຸກຍູ້ໃຫ້ມູນຄ່າການສົ່ງອອກສິນຄ້າຂອງປະເທດສະມາຊິກເພີ່ມຂຶ້ນ 10,4%, ມູນຄ່າການລົງທຶນຕໍ່ຕ່າງປະເທດເພີ່ມຂຶ້ນ 2,6%, GDP ກໍຈະເພີ່ມຂຶ້ນ 1,8%.