ຫວຽດ​ນາ​ມ​ມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ຫຼາຍກວ່າ 5 ແສນ​ກໍ​ລະ​ນີ

CRI, September 7, 2021
Size:

ອີງຕາມຕົວເລກສະຖິຕິຂອງກະຊວງສາທາລະນະສຸກຫວຽດນາມໃນວັນທີ 3 ກັນຍານີ້, ມີຜູ້ເປັນພະຍາດໂຄວິດ-19 ເພີ່ມໃໝ່ 14.922 ກໍລະນີ, ມີຜູ້ເປັນພະຍາດທັງໝົດ 501.649 ກໍລະນີ, ມີຜູ້ເສຍຊີວິດເພີ່ມໃໝ່ 308 ກໍລະນີ ແລະມີຜູ້ເສຍຊີວິດທັງໝົດເຖິງ 12.446 ຄົນ.

ໃນສອງອາທິດຜ່ານມານີ້, ຈຳນວນຜູ້ເປັນພະຍາດໂຄວິດ-19 ເພີ່ມໃໝ່ຕໍ່ມື້ມີຫຼາຍກວ່າ 1 ໝື່ນກໍລະນີ. ນະຄອນໂຮຈີ່ມິນແມ່ນຕົວເມືອງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຮ້າຍແຮງທີ່ສຸດ, ນັບມາຮອດປັດຈຸບັນນີ້, ຈຳນວນຜູ້ເປັນພະຍາດເພີ່ມໃໝ່ແລະຜູ້ເສຍຊີວິດຕໍ່ມື້ຂອງນະຄອນໂຮຈີ່ມິນຍັງບໍ່ໄດ້ຫຼຸດໜ້ອຍລົງຢ່າງເດັ່ນຊັດ. ນອກນີ້, ຜູ້ເປັນພະຍາດໂຄວິດ-19 ໃນຕົວເມືອງນີ້ມີອັດຕາການເສຍຊີວິດສູງ ເຊິ່ງຖືກເຫັນວ່າ ແມ່ນຍ້ອນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ກາຍພັນເດວຕາ ແລະຜູ້ເປັນພະຍາດເພີ່ມຂຶ້ນຢ່າງຫຼວງຫຼາຍ ແລ້ວພາໃຫ້ຊັບພະຍາກອນດ້ານການປິ່ນປົວພະຍາດບໍ່ພຽງພໍ. ໃນກາງເດືອນສິງຫາຜ່ານມາ, ນະຄອນໂຮຈີ່ມິນໄດ້ປະກາດໃຫ້ແກ່ຍາວເວລາປະຕິບັດມາດຕະການຮັກສາໄລຍະຫ່າງທາງສັງຄົມທີ່ພວມປະຕິບັດນັ້ນ ໄປຈົນຮອດວັນທີ 15 ກັນຍານີ້.

ກ່ອນໜ້ານີ້, ນະຄອນຫຼວງຮາໂນ້ຍປະເທດຫວຽດນາມກໍໄດ້ປະກາດໃຫ້ແກ່ຍາວເວລາການປະຕິບັດມາດຕະການຮັກສາໄລຍະຫ່າງທາງສັງຄົມທີ່ຈະສິ້ນສຸດໃນວັນທີ 6 ກັນຍານີ້ຕາມແຜນເດີມ.