ຈີນ​ໄດ້​ສະ​ໜອງວັກ​ຊີນ 990 ລ້ານຫຼອດ​ໃຫ້​ກັບ​ປະ​ເທດ​ຕ່າງໆ​ໃນ​ທົ່ວ​ໂລກ

CRI, September 7, 2021
Size:

ວັນທີ 3 ກັນຍານີ້, ໃນພິທີມອບ-ຮັບວັກຊີນແລະວັດຖຸອຸປະກອນຕ້ານພະຍາດໂຄວິດ-19 ຮອບໃໝ່ທີ່ລັດຖະບານຈີນຊ່ວຍເຫຼືອມຽນມາ, ທ່ານເຕີ້ງໂປ່ຊິ່ງ ຮອງຫົວໜ້າອົງການພັດທະນາແລະຮ່ວມມືສາກົນແຫ່ງຊາດຈີນກ່າວວ່າ: ຈີນໄດ້ຫຼືພວມຊ່ວຍເຫຼືອວັກຊີນໂຄວິດ-19 ໃຫ້ກັບ 105 ປະເທດ ແລະ 4ອົງການຈັດຕັ້ງສາກົນ, ໃດ້ສົ່ງອອກວັກຊີນໄປໃຫ້ 60 ກວ່າປະເທດ ເຊິ່ງມີຈຳນວນເຖິງ 990 ລ້ານຫຼອດ, ເປັນທີໜຶ່ງໃນໂລກ.

ທ່ານກ່າວວ່າ: ຈີນແລະປະເທດອາຊຽນຮ່ວມທຸກຮ່ວມສຸກ ແລະຮ່ວມມືກັນຢ່າງຈິງໃຈໃນການຮ່ວມກັນຕ້ານກັບພະຍາດໂຄວິດ-19, ຈີນຍິນດີສືບຕໍ່ເພີ່ມທະວີການຮ່ວມມືກັບອາຊຽນໃນການຕ້ານພະຍາດໂຄວິດ-19, ເສີມຂະຫຍາຍແລະລົງເລກການພົວພັນຄູ່ຮ່ວມຍຸດທະສາດຈີນ-ອາຊຽນຢ່າງບໍ່ຢຸດຢັ້ງ. ນັບມາຮອດປັດຈຸບັນ, ລັດຖະບານຈີນໄດ້ຊ່ວຍເຫຼືອວັກຊີນແລະວັດຖຸອຸປະກອນຕ້ານພະຍາດໂຄວິດ-19 ຈຳນວນຫຼວງ ຫຼາຍໃຫ້ກັບ 10 ປະເທດອາຊຽນ ແລະໄດ້ສົ່ງໜ່ວຍຜູ້ຊ່ຽວຊານແພດຈີນໄປລາວ, ກຳປູເຈຍ, ຟິລິບປິນ, ມຽນມາ, ມາເລເຊຍແລະອື່ນໆ.