ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ​ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ສຳຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19

CRI, September 6, 2021
Size:

ໂຄສົກກະຊວງການຕ່າງປະເທດລາວອອກຖະແຫຼງການກ່ຽວກັບການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19_fororder_0902老挝声明_副本

     ວັນທີ 2 ກັນຍານີ້, ໂຄສົກກະຊວງການຕ່າງປະເທດລາວໄດ້ອອກຖະແຫຼງການກ່ຽວກັບເລື່ອງທີ່ພາກສ່ວນຂ່າວລັບອາເມຣິກາເຜີຍແຜ່ບົດລາຍງານຜົນການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ -19 ໂດຍກ່າວວ່າ, ປະເທດລາວໄດ້ຕິດຕາມຢ່າງໃກ້ຊິດຕໍ່ຄວາມຄືບໜ້າຂອງປະຊາຄົມໂລກໃນການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19, ແລະມີຈຸດຢືນຢ່າງສະເໝີຕົ້ນສະເໝີປາຍວ່າ: ການ ສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດແມ່ນພຶດຕິກຳທາງວິທະຍາສາດທີ່ສຳຄັນ ແລະ ສະຫຼັບສັບຊ້ອນ, ຕ້ອງໃຫ້ນັກວິທະຍາສາດບັນດາປະເທດຮ່ວມມືກັນເພື່ອປະຕິບັດງານຕາມຫຼັກການທີ່ໂປ່ງໃສ ແລະກວມລວມ, ທັງດຳເນີນການຄົ້ນຄວ້າວິທະຍາສາດຢ່າງກວ້າງຂວາງຢູ່ຫຼາຍສະຖານທີ່ຂອງໂລກ. ການຫັນວຽກງານ ການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ເປັນບັນຫາການເມືອງ, ປ່ອຍໃຫ້ອົງການທີ່ບໍ່ແມ່ນວິທະຍາສາດ ແລະ ອົງການທີ່ບໍ່ແມ່ນມືອາຊີບດຳເນີນວຽກງານນີ້, ຈະເຮັດໃຫ້ການຮ່ວມມືສາກົນໃນການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ -19 ດຳເນີນໄປສູ່ທາງທິດທີ່ຜິດພາດ, ແລະຈະໄດ້ຮັບຜົນໃນທາງກົງກັນຂ້າມ. ຝ່າຍລາວເຊື່ອໝັ້ນວ່າ, ມີແຕ່ປະຕິບັດຕາມລັດທິຫຼາຍຝ່າຍຢ່າງແທ້ຈິງ, ເພີ່ມທະວີການຮ່ວມມືສາກົນ, ຍຶດໝັ້ນຈິດໃຈຄົ້ນຄວ້າວິທະຍາສາດຢ່າງເຕັມສ່ວນ, ປະເທດຕ່າງໆຈຶ່ງຈະສາມາດຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະເອົາຊະນະພະຍາດໂຄວິດ-19 ໄດ້.