ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ສານອວຍ​ພອນເຖິງ​ຜູ້​ນຳ​ຫວຽດ​ນາມ​ເນື່ອງ​​ໃນ​ໂອ​ກາດ​ວັນ​ຊາດຫວຽດ​ນາມ​ຄົບ​ຮອບ 76 ປີ

CRI, September 6, 2021
Size:

ວັນທີ 2 ກັນຍານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນໄດ້ສົ່ງສານອວຍພອນເຖິງ ທ່ານຫງວຽນຟູຈັອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານ  ຫງວຽນ ຊວນ ຟຸກ ປະທານປະເທດແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມເນື່ອງໃນໂອກາດວັນຊາດຫວຽດນາມຄົບຮອບ 76 ປີ.

ໃນສານອວຍພອນຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: ນັບແຕ່ປີກາຍນີ້ເປັນຕົ້ນມາ, ພາລະກິດການສ້າງສາຂອງພັກແລະລັດຫວຽດນາມໄດ້ພັດທະນາຢ່າງຟົດຟື້ນ, ກອງປະຊຸມໃຫຍ່ຂອງພັກກອມມູນິດຫວຽດນາມຄັ້ງທີ 13 ໄດ້ຈັດຂຶ້ນດ້ວຍຜົນສຳເລັດອັນຈົບງາມ, ຄະນະນຳສູນກາງຊຸດໃໝ່ໄດ້ປະຕິບັດໜ້າທີ່ບໍລິຫານປະເທດດ້ວຍດີ, ທັງໄດ້ກຳນົດທິດທາງການພັດທະນາເສດຖະກິດສັງຄົມໃນໄລຍະຕໍ່ໜ້າຢ່າງຈະແຈ້ງ. ໃນຖານະເປັນສະຫາຍແລະເພື່ອນມິດ, ພວກຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນຕໍ່ຜົນງານດັ່ງກ່າວຂອງປະເທດຫວຽດນາມ, ເຊື່ອໝັ້ນວ່າ: ພາຍໃຕ້ການນຳພາອັນເຂັ້ມແຂງຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມອ້າຍນ້ອງຈະສາມາດບັນລຸໜ້າທີ່ເປົ້າໝາຍທຸກຢ່າງທີ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກຳນົດໄວ້ ແລະບຸກບືນກ້າວເດີນໄປໜ້າສູ່ການບັນລຸເປົ້າໝາຍສູ້ຊົນ100ປີ 2 ປະການຄື: ວັນສ້າງຕັ້ງພັກແລະວັນຊາດຄົບຮອບ 100 ປີ.

ໃນສານອວຍພອນຂອງ ທ່ານສີຈິ້ນຜິງຍັງເນັ້ນວ່າ: ຈີນແລະຫວຽດນາມເປັນເພື່ອນບ້ານສັງຄົມນິຍົມໃກ້ຄຽງທີ່ມີໄມຕີຈິດມິດຕະພາບທີ່ດີຕໍ່ກັນ, ເປັນຄູ່ຮ່ວມຊາຕາກຳທີ່ມີຄວາມໝາຍຍຸດທະສາດ. ການປັບປຸງມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ ແລະລົງເລິກການຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ ແມ່ນສອດຄ່ອງກັບຜົນປະໂຫຍດຮ່ວມທາງຍຸດທະສາດຂອງສອງຝ່າຍ. ຂ້າພະເຈົ້າໃຫ້ຄວາມສຳຄັນຢ່າງສູງຕໍ່ການຂະຫຍາຍສາຍພົວພັນຈີນ-ຫວຽດນາມ, ຍິນດີຮ່ວມກັນກັບບັນດາສະຫາຍການນຳຫວຽດນາມສຸມຄວາມພະຍາຍາມໃນການຊຸກຍູ້ການພົວພັນສອງພັກສອງລັດໃຫ້ຂະຫຍາຍຕົວໄປໜ້າຢ່າງຕໍ່ເນື່ອງ, ປອດໃສແລະໝັ້ນທ່ຽງ.