ກະຊວງຄຸ້ມຄອງການຮັບມືເຫດການສຸກເສີນ ໄດ້ຈັດກອງປະຊຸມສຳມະນາລະຫວ່າງປະເທດ LM ກ່ຽວກັບການຍົກລະດັບເຕັກນິກການແຈ້ງເຕືອນໄພພິບັດຫຼາຍປະເພດແລະຕ່ອງໂສ້ໄພພິບັດໃນໄລຍະຕົ້ນ

lmcchina.org, September 4, 2021
Size:

ໃນວັນທີ 26 ສິງຫາ, ກະຊວງຄຸ້ມຄອງການຮັບມືເຫດການສຸກເສີນ ສປ ຈີນ ໄດ້ຈັດກອງປະຊຸມທາງໄກລະຫວ່າງປະເທດລ້ານຊ້າງ-ແມ່ນໍ້າຂອງ (LM) ກ່ຽວກັບການຍົກລະດັບເຕັກນິກແຈ້ງເຕືອນໄພພິບັດຫຼາຍປະເພດ ແລະ ຕ່ອງໂສ້ໄພພິບັດໃນໄລຍະຕົ້ນທີ່ນະຄອນຫຼວງປັກກິ່ງ. ຜູ້ຮັບຜິດຊອບຈາກກົມກູ້ໄພແລະຮ່ວມມືສາກົນ, ສູນຫຼຸດຜ່ອນຄວາມສ່ຽງໄພພິບັດແຫ່ງຊາດ ຂອງກະຊວງຄຸ້ມຄອງການຮັບມືເຫດການສຸກເສີນ ສປ ຈີນ, ຜູ້ຮັບຜິດຊອບຈາກກົມອາຊີ ກະຊວງການຕ່າງປະເທດ ສປ ຈີນ ແລະ ຄະນະກໍາມະທິການແມ່ນໍ້າຂອງ ໄດ້ເຂົ້າຮ່ວມ ແລະ ຂຶ້ນປະກອບຄຳຄິດຄຳເຫັນ, ມີຜູ້ຕາງໜ້າຈາກປະເທດກຳປູເຈຍ, ລາວ, ຫວຽດນາມ ແລະ ປະເທດ LM ອື່ນໆ ແລະ ຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບເດັກປະຈໍາ ສປປ ລາວເຂົ້າຮ່ວມ, ເຊິ່ງກອງປະຊຸມໄດ້ສຸມໃສ່ແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນປະສົບການກ່ຽວກັບຫົວຂໍ້ຕ່າງໆ, ເຊັ່ນ: ນະໂຍບາຍ ແລະ ເຕັກນິກການຕິດຕາມ ແລະ ການແຈ້ງເຕືອນໄພພິບັດຫຼາຍປະເພດຢູ່ພາກພື້ນ LM, ກົນໄກການຮ່ວມມືໃນພາກພື້ນ ເປັນຕົ້ນ. 

ຝ່າຍຈີນ ໄດ້ກ່າວວ່າ ການຈັດກອງປະຊຸມຄັ້ງນີ້ ເປັນໜຶ່ງໃນບັນດາກິດຈະກຳຂອງຝ່າຍຈີນເພື່ອສະເຫຼີມສະຫຼອງການຮ່ວມມື LM ຄົບຮອບ 5 ປີ, ເປັນມາດຕະການແຂງແຮງໃນການປະຕິບັດຖະແຫຼງການຂອງກອງປະຊຸມຜູ້ນຳການຮ່ວມມື LM ແລະ ແຜນປະຕິບັດງານ 5 ປີ ຂອງການຮ່ວມມື LM (2018-2020), ເຊິ່ງຝ່າຍຈີນຍິນດີສືບຕໍ່ເພີ່ມທະວີການປຶກສາຫາລື ແລະ ການປະສານງານດ້ານນະໂຍບາຍ, ແລກປ່ຽນບົດຮຽນກ່ຽວກັບການປ້ອງກັນ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ, ສ້າງເວທີໃໝ່ໃຫ້ແກ່ 6 ປະເທດ LM ເພື່ອດໍາເນີນການຮ່ວມມືດ້ານການປ້ອງກັນແລະຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ເສີມສ້າງກົນໄກກອງປະຊຸມລະດັບລັດຖະມົນຕີຄຸ້ມຄອງໄພພິບັດຈີນ-ອາຊຽນແລະກົນໄກການຮ່ວມມືສາກົນດ້ານການປ້ອງກັນ ແກ້ໄຂໄພພິບັດ, ຄຸ້ມຄອງແລະຮັບມືກັບເຫດການສຸກເສີນ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”.

ຜູ້ຕາງໜ້າຂອງຄະນະກໍາມະທິການແມ່ນໍ້າຂອງ ແລະ ປະເທດທີ່ກ່ຽວຂ້ອງທີ່ເຂົ້າຮ່ວມປະຊຸມໄດ້ຕີລາຄາສູງຕໍ່ ສປ ຈີນໃນການຈັດກອງປະຊຸມສຳມະນາຄັ້ງນີ້ແລະໄດ້ສະເໜີຂໍ້ລິເລີ່ມການຮ່ວມມື ທັງໄດ້ສະແດງຄວາມຫວັງທີ່ວ່າ ໃນຕໍ່ໜ້າ ຈະເພີ່ມທະວີການແລກປ່ຽນຮ່ວມມືໃນດ້ານກົນໄກແລະນະໂຍບາຍຄຸ້ມຄອງແລະການຮັບມືກັບເຫດການສຸກເສີນ, ຮ່ວມປະຕິບັດງານໃນການຕິດຕາມແລະແຈ້ງເຕືອນໄພພິບັດລ່ວງໜ້າ ແລະ ການກຽມຄວາມພ້ອມຮັບມືກັບເຫດການໄພພິບັດ ກໍຄື ການສ້າງຂີດຄວາມສາມາດດ້ານການຮັບມືເຫດການໄພພິບັດ ແລະ ຟື້ນຟູພື້ນຖານໂຄງລ່າງ ເພື່ອປະກອບສ່ວນອັນຕັ້ງໜ້າເຂົ້າໃນການຄໍ້າປະກັນການພັດທະນາ ເສດຖະກິດ-ສັງຄົມໃນພາກພື້ນ ແລະ ເສີມສ້າງຄວາມຜາສຸກໃຫ້ແກ່ປະຊາຊົນໃນບັນດາປະເທດຢູ່ລ້ອງ LM.