ເສັ້ນທາງລົດໄຟ ຈີນ-ລາວ ຈະເປີດນຳໃຊ້ຢ່າງເປັນທາງການໃນທ້າຍປີນີ້

lmcchina.org, September 4, 2021
Size:

ໃນວັນທີ 25 ສິງຫາ ທີ່ຜ່ານມາ, ໃນພິທີເປີດງານວາງສະແດງສິນຄ້າຂອງປະເທດອາຊີໃຕ້-ອາຊີອາຄະເນ ແລະ ກອງປະຊຸມປຶກສາຫາລືທາງອອນລາຍກ່ຽວກັບການຄ້າ-ການລົງທຶນ, ຫ້ອງການຜູ້ຕາງໜ້າວິສາຫະກິດແຂວງຢູນນານປະຈຳ ສປປ ລາວ (ນະຄອນຫຼວງວຽງຈັນ) ໄດ້ຈັດກິດຈະກຳນຳສະເໜີຜະລິດຕະພັນສິນຄ້າໃນຮູບແບບຖ່າຍທອດສົດ ໂດຍໄດ້ແນະນຳສະພາບການຄ້າລະຫວ່າງປະເທດຈີນ ແລະ ປະເທດລາວ ທັງໄດ້ສະແດງໃຫ້ເຫັນອະນາຄົດອັນກວ້າງໄກໃນການສົ່ງອອກສິນຄ້າຂອງປະເທດລາວໄປສູ່ຕະຫຼາດຂອງ ສປ ຈີນ ພາຍຫຼັງເປີດນຳໃຊ້ເສັ້ນທາງລົດໄຟ ຈີນ-ລາວ ໃນທ້າຍປີນີ້.

ເຖິງແມ່ນວ່າການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ທົ່ວໂລກ ໄດ້ກ້າວເຂົ້າສູ່ສະພາບການໃໝ່ທີ່ມະນຸດເຮົາຕ້ອງປະເຊີນໜ້າກັບໃນຊີວິດປະຈໍາວັນ, ແຕ່ວ່າການຄ້າລະຫວ່າງ ສປ ຈີນ ກັບ ສປປ ລາວ ກໍໄດ້ບັນລຸການເຕີບໂຕຢ່າງເກີນຄາດໝາຍ. ໃນ 6 ເດືອນຕົ້ນປີ 2021, ລວມຍອດມູນຄ່າການຄ້າຂາເຂົ້າ-ຂາອອກ ລະຫວ່າງສອງຝ່າຍ ຈີນ-ລາວ ໄດ້ບັນລຸເຖິງ 2,3 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 48,1% ທຽບໃສ່ໄລຍະດຽວກັນໃນປີຜ່ານມາ. ໃນນັ້ນ, ລວມຍອດມູນຄ່າສິນຄ້າທີ່ປະເທດຈີນສົ່ງອອກໄປສູ່ປະເທດລາວ ບັນລຸໄດ້ 870 ລ້ານໂດລາສະຫະລັດ, ເຊິ່ງເພີ່ມຂຶ້ນ 31,8% ທຽບໃສ່ໄລຍະດຽວກັນໃນປີຜ່ານມາ. ລວມຍອດມູນຄ່າສິນຄ້າທີ່ປະເທດຈີນນຳເຂົ້າຈາກປະເທດລາວ ບັນລຸເຖິງ 1,43 ຕື້ໂດລາສະຫະລັດ, ເຊິ່ງເພີ່ມຂຶ້ນ 60,2% ທຽບໃສ່ໄລຍະດຽວກັນໃນປີຜ່ານມາ. ການລົງທຶນຂອງຈີນຢູ່ລາວ ໄດ້ຖືກຈັດຢູ່ໃນອັນດັບໜຶ່ງຂອງນັກລົງທຶນຕ່າງປະເທດຢູ່ ສປປ ລາວ, ຈີນທັງເປັນປະເທດທີ່ປະເທດລາວໄດ້ສົ່ງອອກສິນຄ້າຫຼາຍກວ່າໝູ່ໄປຕ່າງປະເທດ.

ນັບແຕ່ວັນທີ 1 ທັນວາ ປີ 2020 ເປັນຕົ້ນມາ, ປະເທດຈີນໄດ້ປະຕິບັດນະໂຍບາຍຍົກເວັ້ນພາສີນໍາເຂົ້າໃຫ້ 97% ຂອງລາຍການສິນຄ້າທີ່ນໍາເຂົ້າຈາກປະເທດລາວ ເຊິ່ງກວມເອົາສິນຄ້າຈຳນວນ 8.256 ລາຍການ. ໃນທ້າຍປີ 2021, ທາງລົດໄຟ ຈີນ-ລາວ ຈະເປີດນຳໃຊ້ຢ່າງເປັນທາງການ ເຊິ່ງຈະເປັນການບັນລຸຄວາມຝັນຂອງ ສປປ ລາວ ທີ່ຈະຫັນຈາກ “ປະເທດບໍ່ມີຊາຍແດນຕິດກັບທະເລ” ມາເປັນ “ປະເທດເຊື່ອມໂຍງເຊື່ອມຈອດ”.

ທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ກ່າວວ່າ: ການເປີດນຳໃຊ້ທາງດ່ວນ ວຽງຈັນ-ວັງວຽງ ແລະ ການຈະເປີດນຳໃຊ້ທາງລົດໄຟ ລາວ-ຈີນ ໃນປີນີ້ ຈະອຳນວຍຄວາມສະດວກຫຼາຍດ້ານໃຫ້ແກ່ ສປປ ລາວ ໂດຍສະເພາະແມ່ນການຫຼຸດຕົ້ນທຶນການຜະລິດ ເຊິ່ງຈະເປັນການສ້າງເງື່ອນໄຂອັນດີໃຫ້ແກ່ການຊຸກຍູ້ພັດທະນາເສດຖະກິດຂອງລາວ ໂດຍສະເພາະແມ່ນການພັດທະນາສາຍພົວພັນ ແລະ ການຮ່ວມມືດ້ານການຄ້າລະຫວ່າງ ສປປ ລາວ ແລະ ສປ ຈີນ. ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວວ່າ: ການສຳເລັດການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຈະດຶງດູດນັກລົງທຶນຈຳນວນຫຼາຍກວ່າເກົ່າເຂົ້າມາລົງທຶນຢູ່ປະເທດລາວ, ເພີ່ມທະວີຄວາມເຂົ້າໃຈກ່ຽວກັບປະເທດລາວ ແລະ ເລືອກເອົາປະເທດລາວເປັນເປົ້າໝາຍການລົງທຶນໃນອະນາຄົດ.